ເບີກ​ຈ່າຍ​ເກືອ​ບ 470 ຕື້ ດົ່ງ ​ເພື່ອ​ກໍ່ສ້າງ​ສາງ​ເກັບ​ສະສົມ​ນໍ້າມັນ ຫວຽດ - ລາວ

(VOVWORLD) - ວັນທີ 28 ກຸມພາ, ຢູ່ຕາແສງ ຈ້ຽວອານ, ເມືອງ ຈ້ຽວຟອງ, ແຂວງກວ໋າງຈິ ຂອງຫວຽດນາມ ໄດ້ດໍາເນີນພິທີເລີ່ມລົງມືກໍ່ສ້າງສາງເກັບສະສົມນໍ້າມັນ ຫວຽດນາມ - ລາວ. 
ເບີກ​ຈ່າຍ​ເກືອ​ບ 470 ຕື້ ດົ່ງ ​ເພື່ອ​ກໍ່ສ້າງ​ສາງ​ເກັບ​ສະສົມ​ນໍ້າມັນ ຫວຽດ - ລາວ - ảnh 1 ພິທີເລີ່ມລົງມືກໍ່ສ້າງສາງເກັບສະສົມນໍ້າມັນ ຫວຽດນາມ - ລາວ

       ໂຄງການສາງເກັບສະສົມນໍ້າມັນ ຫວຽດ - ລາວ ມີຂອບຂະໜາດກວ່າ 16 ha, ສາມາດບັນຈຸນໍ້າມັນໄດ້ 200.000 ແມັດກ້ອນ, ດ້ວຍຍອດເງິນລົງທຶນທັງໝົດແມ່ນເກືອບ 470 ຕື້ ດົ່ງ. ໂຄງການດ່ັງກ່າວ ໄດ້ປະຕິບັດການກໍ່ສ້າງເປັນ 2 ໄລຍະ; ໃນນັ້ນ, ໄລຍະທີ 1 ແມ່ນເລີ່ມກໍ່ສ້າງແຕ່ປີ 2019 – 2021 ສ້າງສາງເກັບສະສົມນໍ້າມັນທີ່ສາມາດບັນຈຸໄດ້ 60.000 ແມັດກ້ອນ, ໄລຍະທີ 2 ແມ່ນຈະກໍ່ສ້າງຮອດປີ 2035 ສືບຕໍ່ກໍ່ສ້າງໃຫ້ສໍາເລັດບັນດາໜ້າວຽກ ແລະ ເພີ່ມປະລິມານການບັນຈຸນໍ້າມັນຕື່ມອີກ 140.000 ແມັດກ້ອນ. ສາງເກັບສະສົມນໍ້າມັນຫວຽດ - ລາວ ແມ່ນສາງສົ່ງຕໍ່ນໍ້າມັນ, ສະໜອງນໍ້າມັນໃຫ້ຕະຫຼາດແຂວງກວ໋າງຈິ ແລະ ບັນດາເຂດໃກ້ຄຽງ; ພ້ອມກັນນັ້ນ ກໍສົ່ງອອກໄປຍັງປະເທດລາວ ແລະ ບັນດາແຂວງຂອງ ໄທ ທີ່ຕິດຈອດກັບລາວ.


ຕອບກັບ

ຂ່າວ/ບົດ​ອື່ນ