(vovworld)- ເປີດກວ້າງການຮ່ວມມືສາກົນໃນການແກ້ໄຂບັນຫາທາດພິດສີສົ້ມ/ດີໂອຊີນທີ່ຕົກຄ້າງຫລັງສົງຄາມ, ນັ້ນແມ່ນເນື້ອໃນກອງປະຊຸມສຳມະນາວິທະຍາສາດ “ໝາກຜົນການວິໄຈທາດພິດຕົກຄ້າງ ແລະ ທົດລອງວິທີການລ້າງພິດດີໂອຊີນ ຢູ່ສະຫນາມບິນ A Sho ເມືອງ A luoi ໂດຍສະມາຄົມປົກປັກຮັກສາທຳມະຊາດ ແລະ ສິ່ງແວດລ້ອມຫວຽດນາມ ສົມທົບກັບບັນດາຄູ່ຮ່ວມມືຢູ່ ສເກົາຫລີ ຈັດຕັ້ງຢູ່ ຮ່າໂນ້ຍ ໃນວັນທີ 29/9. ທີ່ກອງປະຊຸມສຳມະນາ, ບັນດານັກວິທະຍາສາດຫວຽດນາມ, ບັນດານັກຄຸ້ມຄອງໃນກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ໄດ້ຕີລາຄາສູງບົດຮຽນ ແລະ ໝາກຜົນການທົດລອງລ້າງພິດດີໂອຊີນຂອງບັນດາຄູ່ຮ່ວມມື ສເກົາຫລີ ແລະ ປາດຖະຫນາວ່າ ບັນດາອົງການກ່ຽວຂ້ອງຢູ່ສູນກາງ ແລະ ທ້ອງຖິ່ນ ຈະສ້າງເງື່ອນໄຂສະດວກເພື່ອຜັນຂະຫຍາຍການປະຕິບັດວິທີການລ້າງພິດດີໂອຊີນໃນທີ່ດິນຢູ່ເມືອງ A luoi, ແລະ ອາດຈະນຳໃຊ້ຢູ່ບັນດາເຂດອື່ນເພື່ອຮັກສາສຸຂະພາບໃຫ້ວົງຄະນາຍາດ.