ເປີດນຳ​ໃຊ້ ລະ​ບົບ​ຂໍ້​ມູນຖະ​ແຫຼງ​ຂ່າວລາຍ​ງານ​ຕໍ່​ລັດ​ຖະ​ບານ ໃນ​ວັນ​ທີ 15 ສິ​ງ​ຫາ

(VOVWORLD) -ວັນທີ 8 ກໍລະກົດ, ທ່ານ ມາຍຕ໊ຽນຢຸງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ໄດ້ເປັນເຈົ້າພາບຈັດຕັ້ງວຽກງານຜັນຂະຫຍາຍການສ້າງລະບົບຖະແຫຼງຂ່າວລາຍງານຕໍ່ລັດຖະບານເພື່ອຮັບໃຊ້ໃຫ້ແກ່ການຊີ້ນຳບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີ.
ເປີດນຳ​ໃຊ້ ລະ​ບົບ​ຂໍ້​ມູນຖະ​ແຫຼງ​ຂ່າວລາຍ​ງານ​ຕໍ່​ລັດ​ຖະ​ບານ ໃນ​ວັນ​ທີ 15 ສິ​ງ​ຫາ - ảnh 1ທ່ານ ມາຍຕ໊ຽນຢຸງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານເປັນປະທານກອງປະຊຸມ (ພາບ: VGP) 

ລະບົບຖະແຫຼງຂ່າວສານລາຍງານຕໍ່ລັດຖະບານແມ່ນລະບົບເກັບກຳ, ລວບລວມຂໍ້ມູນຂ່າວສານກ່ຽວກັບລາຍງານຂອງບັນດາອົງການບໍລິຫານລັດ, ເພື່ອແນໃສ່ລວບລວມ, ໄຈ້ແຍກຂໍ້ມູນ, ຮັບໃຊ້ໃຫ້ແກ່ວຽກງານຊີ້ນຳ, ບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີ, ແມ່ນຊ່ອງທາງຊຸກຍູ້ການພົວພັນພາຍໃນຂອງບັນດາອົງການບໍລິຫານລັດ.

ຄາດຄະເນວ່າ, ໃນວັນທີ 15 ສິງຫາ 2020, ລະບົບຖະແຫຼງຂ່າວລາຍງານຕໍ່ລັດຖະບານ ແລະ ສູູນຂໍ້ມູນຂ່າວສານ, ຊີ້ນຳບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີຈະໄດ້ເປີດເຄື່ອນໄຫວຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ