ເປີດ​ນຳ​ໃຊ້ເວັບ​ໄຊ ຂອງ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື ລາວ - ຫວຽດ​ນາມ

(VOVWORLD) -ນີ້ແມ່ນໂຄງການໂດຍບໍລິສັດ  Startechm ເຊິ່ງແມ່ນວິສາຫະກິດ ຫວຽດນາມທີ່ລົງທຶນຢູ່ ລາວ ເຄື່ອນໄຫວໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ ອຸປະຖຳໃຫ້ ຄະນະກຳມະການຮ່ວມມື ລາວ - ຫວຽດນາມ. 
ເປີດ​ນຳ​ໃຊ້ເວັບ​ໄຊ ຂອງ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື ລາວ - ຫວຽດ​ນາມ - ảnh 1ພິທີມອບ - ຮັບ ການຊ່ວຍເຫຼືອພັດທະນາລະບົບຊອບແວ ແລະ ເປີດນຳໃຊ້ເວັບໄຊ ຂອງຄະນະກຳມະການຮ່ວມມື ລາວ - ຫວຽດນາມ

ຕອນບ່າຍວັນທີ 21 ມັງກອນ, ຢູ່ນະຄອນຫຼວງວຽງຈັນ, ບໍລິສັດ Startechm, ວິສາຫະກິດ ຫວຽດນາມ ທີ່ລົງທຶນຢູ່ລາວ, ໄດ້ຈັດຕັ້ງພິທີມອບຮັບໄລຍະທີ 1 ໂຄງການ “ນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການຄຸ້ມຄອງ ແລະ ບໍລິຫານຂອງຄະນະກຳມະການຮ່ວມມື ລາວ - ຫວຽດນາມ”.

ນີ້ແມ່ນໂຄງການໂດຍບໍລິສັດ  Startechm ເຊິ່ງແມ່ນວິສາຫະກິດ ຫວຽດນາມທີ່ລົງທຶນຢູ່ ລາວ ເຄື່ອນໄຫວໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ ອຸປະຖຳໃຫ້ ຄະນະກຳມະການຮ່ວມມື ລາວ - ຫວຽດນາມ. ໄລຍະທີ່ 1 ແມ່ນສ້າງເວັບໄຊ ແລະ ຖານຂໍ້ມູນ. ໄລຍະທີ 2 ສ້າງຊັອບແວຄຸ້ມຄອງ ໂຄງການ ແລະ ຄຸ້ມຄອງບໍລິຫານ, ຮັບໃຊ້ໃຫ້ແກ່ວຽກງານບໍລິຫານຂອງຄະນະກຳມະການ. ພາຍຫຼັງໄດ້ຮັບການ ສ້າງສຳເລັດ, ໂຄງການຈະຊ່ວຍຫັນຂໍ້ມູນເຄື່ອນໄຫວຂອງຄະນະກຳມະການຮ່ວມມື ລາວ - ຫວຽດນາມເປັນດີຈີຕອນ, ວຽກງານຄຸ້ມຄອງບໍລິຫານ, ສົ່ງເສີມການໂຄສະນາຮຽກຮ້ອງການລົງທຶນ, ຄຸ້ມຄອງໂຄງການໃນກອບການຮ່ວມມືລະຫວ່າງ ສອງປະເທດ.

        ວັນທຽງ - ດັ້ງທຸ່ຍ, ນັກຂ່າວ VOV ປະຈຳລາວ

ຕອບກັບ

ຂ່າວ/ບົດ​ອື່ນ