(ສູນການຄ້າ ຮ່າໂນ້ຍ - ລັດເຊຍ ໄດ້ເປີດສະຫຼອງຢ່າງເປັນທາງການ)
(vovworld) – ວັນທີ 19/12, ຢູ່ນະຄອນຫລວງ ມົດສະກູ (ລັດເຊຍ), ສູນການຄ້າ ຮ່າໂນ້ຍ - ລັດເຊຍ ໄດ້ເປີດສະຫຼອງຢ່າງເປັນທາງການ, ອັນໄດ້ດຶງດູດຄວາມສົນໃຈຂອງລູກຄ້າຊາວ ລັດເຊຍ ເນື່ອງໃນໂອກາດປີໃໝ່ 2016. ສູນການຄ້າລວມມີ: ຮ້ານສັບພະສິນຄ້າ, ເຂດອາຫານ… ກ່າວຄຳເຫັນທີ່ພິທີເປີດສະຫຼອງ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ ຫງວຽນແທງເຊີນ ເນັ້ນໜັກວ່າ:
“ການພົວພັນລະຫວ່າງ 2 ປະເທດພວກເຮົາພວມດີງາມທີ່ສຸດ ແລະ ພວກຂ້າພະເຈົ້າໄດ້ຮັບການຊ່ວຍເຫຼືອຢ່າງຫລວງຫລາຍຈາກເພື່ອນມິດ ລັດເຊຍ ທັງໄລຍະສົງຄາມ ແລະ ທັງໄລຍະສັນຕິພາບ. ແລະ ເລື່ອງສູນການຄ້າໄດ້ກໍ່ສ້າງໃນໄລຍະນີ້ ກໍແມ່ນການສະໜັບສະໜູນ, ຊ່ວຍເຫຼືອອັນໃຫຍ່ຫລວງຂອງອຳນາດການປົກຄອງທຸກຂັ້ນໃນເຂດຕາເວັນອອກສ່ຽງເໜືອຂອງນະຄອນຫລວງ ລັດເຊຍ ແລະ ຊາວທ້ອງຖິ່ນ”.