ເປີດໂຄງການກໍ່ສ້າງລະບົບໄຟຟ້າຮັບໃຊ້ໂຄງການກໍ່ສ້າງໂຮງງານໄຟຟ້ານິວເຄຼຍນິງຖ້ວນ
ພິທີເປີດໂຄງການກໍ່ສ້າງລະບົບໄຟຟ້າຮັບໃຊ້ການປະຕິບັດໂຄງການກໍ່ສ້າງໂຮງງານໄຟຟ້ານິວເຄຼຍນິງຖ້ວນ
|
(vovworld)- ວັນທີ 12/12 ຢູ່ແຂວງນິງຖ້ວນ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຮ່ວາງຈຸງຫາຍ ຫົວໜ້າຄະນະຊີ້ນຳແຫ່ງລັດກ່ຽວກັບໂຄງການກໍ່ສ້າງໂຮງງານໄຟຟ້ານິວເຄຼຍນິງຖ້ວນ ໄດ້ອອກຄຳສັ່ງເປີດໂຄງການກໍ່ສ້າງລະບົບໄຟຟ້າຮັບໃຊ້ການປະຕິບັດໂຄງການກໍ່ສ້າງໂຮງງານໄຟຟ້ານິວເຄຼຍນິງຖ້ວນ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຮ່ວາງຈຸງຫາຍ ໄດ້ສະເໜີເຈົ້າຂອງ, ຜູ້ຮັບເໝົາກໍ່ສ້າງຊາບຊຶມຈິດໃຈຜັນຂະຫຍາຍຂອງໂຄງການສັງລວມ, ນັ້ນແມ່ນກິດຈະກຳຈຸດສຸມແຫ່ງຊາດ, ມີກົນໄກພິເສດ ແລະ ດຳເນີນດ້ວຍຄວາມລະມັດລະວັງ, ເລືອກເຟັ້ນເຕັກໂນໂລຢີທີ່ທັນສະໄໝທີ່ສຸດໃນປະຈຸບັນ. ເພາະສະນັ້ນ, ຕ້ອງຮັບປະກັນດ້ານຊັບພະຍາກອນມະນຸດ, ພາຫະນະອຸປະກອນ, ສົມທົບກັນຜັນຂະຫຍາຍການກໍ່ສ້າງໃຫ້ບັນລຸປະສິດທິຜົນສູງ.