ຂະແໜງໄຟຟ້າຕ້ອງກ້າວເດີນກ່ອນບາດກ້າວໜຶ່ງເພື່ອຕອບສະໜອງຕາມເງື່ອນໄຂພັດທະນາເສດຖະກິດ-ສາງຄົມຂອງປະເທດຊາດ |
(vovworld)- ວັນທີ 16/1, ຢູ່ແຂວງກວາງນິງ, ບໍລິສັດໃຫຍ່ກະຈາຍໄຟຟ້າເລກ 3 ໄດ້ຈັດພິທີຊົມເຊີຍການກະຈາຍໄຟຟ້າຂອງໂຮງງານໄຟຟ້າໃຊ້ພະລັງຄວາມຮ້ອນ ມົງເຢືອງເລກ1. ນີ້ແມ່ນໜຶ່ງໃນບັນດາກິດຈະກຳໄຟຟ້າທີ່ຮີບດ່ວນນອນໃນແຜນກຳນົດພັດທະນາພະລັງງານໄຟຟ້າແຫ່ງຊາດໄລຍະ 2011-2020. ກ່າວຄຳເຫັນທີ່ພິທີດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມຮ່ວາງຈຸງຫາຍ ເນັ້ນໜັກວ່າ :
“ ຂະແໜງໄຟຟ້າຕ້ອງກ້າວເດີນກ່ອນບາດກ້າວໜຶ່ງເພື່ອຕອບສະໜອງຕາມເງື່ອນໄຂພັດທະນາເສດຖະກິດ-ສາງຄົມຂອງປະເທດຊາດ ແລະ ຄວາມຮຽກຮ້ອງຕ້ອງການດ້ານ ພະລັງງານໄຟຟ້າທີ່ນັບມື້ນັບສູງກວ່າ. ໄລຍະຜ່ານມາ, ຂະແໜງໄຟຟ້າໄດ້ມີການເຕີບໂຕຢ່າງກ້າວກະໂດດຂັ້ນ. ນີ້ແມ່ນກິດຈະກຳ ໄຟຟ້າໃຊ້ພະລັງຄວາມຮ້ອນທີ່ນຳໃຊ້ເຕັກໂນໂລຢີທີ່ທັນສະໄໝທີ່ສຸດຂອງຫວຽດນາມ ”