ເພີ່ມ​ທະ​ວີ​ການ​ປ່ອຍ​ແຫຼ່ງທຶນ ODA ໃນ​ປີ 2020

(VOVWORLD) -ວັນທີ 30 ມິຖຸນາ, ຢູ່ນະຄອນເກິນເທີ, ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິ່ງມິງ ໄດ້ເຮັດວຽກກັບການນຳນະຄອນເກິນເທີ, ບາກລຽວ, ລອງອານ, ວິ້ງລອງ ກ່ຽວກັບຮູບການປະຕິບັດບັນດາໂຄງການໜູນຊ່ວຍການພັດທະນາຢ່າງເປັນທາງການ (ODA) ຢູ່ບັນດາທ້ອງຖິ່ນດັ່ງກ່າວ.
ເພີ່ມ​ທະ​ວີ​ການ​ປ່ອຍ​ແຫຼ່ງທຶນ ODA ໃນ​ປີ 2020 - ảnh 1ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິ່ງມິງ (ພາບ: VGP) 

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຮຽກຮ້ອງໃຫ້ການນຳ 5 ແຂວງ, ນະຄອນດັ່ງກ່າວ ຕ້ອງມີຄວາມຕັດສິນໃຈ ແລະ ຂ້ຽວຂາດກ່ວາອີກໃນການຊີ້ນຳປ່ອຍແຫຼ່ງທຶນ ODA ໃນປີ 2020. ທ່ານຟ້າມບິ່ງມິງ ກໍ່ສະເໜີໃຫ້ບັນດາແຂວງ, ນະຄອນເອົາໃຈໃສ່ເຖິງບັນຫາລະດົມແຫຼ່ງທຶນ ODA ເພື່ອບຸກເບີກພື້ນທີ່, ຮັບປະກັນໃຫ້ແກ່ການປະຕິບັດບັນດາໂຄງການ. ທ່ານຮອງນາຍົກລັດຖະມົນຕີກໍ່ແບ່ງປັນບົດຮຽນ, ປະສົບການ ນັ້ນແມ່ນເມື່ອສ້າງບັນດາໂຄງການໃໝ່, ຕ້ອງກະກຽມພື້ນທີ່ເພື່ອຮັບປະກັນເວລາໃນການປະຕິບັດໂຄງການກໍ່ຄືລັກສະນະປະສິດທິຜົນຂອງບັນດາໂຄງການ.

ຕອບກັບ

ຂ່າວ/ບົດ​ອື່ນ