ເພີ່ມທະວີການພົວພັນ ມິດຕະພາບລະຫວ່າງ ປະຊາຊົນຫວຽດນາມ- ອົດສະຕາລີ


ເພີ່ມທະວີການພົວພັນ ມິດຕະພາບລະຫວ່າງ ປະຊາຊົນຫວຽດນາມ- ອົດສະຕາລີ - ảnh 1

 (ພາບປະກອບ)

(vovworld)- ຕອນ​ບ່າຍວັນ​ທີ 19/5, ຢູ່​ສຳນັກງານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽ​ດນາມ ທີ່​ຮ່າ​ໂນ້ຍ, ທ່ານ​ເຈິ່ນວັນ​ຍູງ, ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ-​ອົດ​ສະ​ຕາ​ລີ ​ແລະ ທ່ານ Kim Sampson ປະທານ​ສະມາຄົມ​ມິດຕະພາບ​ອົດ​ສະ​ຕາ​ລີ-ຫວຽດນາມ ​ໄດ້​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ສະມາຄົມ. ບົດ​ບັນທຶກ​ຊ່ວຍ​ຈຳຊີ້​ແຈ້ງວ່າ: ສະມາຄົມ​ມິດຕະພາບ​ຫວຽດນາມ-​ອົດ​ສະ​ຕາ​ລີ ​ແລະ ສະມາຄົມ​ມິດຕະພາບ​ອົດ​ສະ​ຕາ​ລີ-ຫວຽດນາມ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ສອງ​ອົງການ, ຕີ​ລາຄາ​ຄວາມ​ສຳຄັນ​ຂອງ​ບັນດາ​ສາຍ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ຊາດ ​ແລະ ​ເຊື່ອໝັ້ນວ່າ, ການ​ຮ່ວມ​ມື​ນີ້​ຈະ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ທັງ​ສອງ​ສະມາຄົມ.

  ນະ​ພິທີ, ທ່ານ Kim Sampson ແບ່ງປັນ​ວ່າ, ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ບັນດາ​ສະມາຊິກ​ສະມາຄົມ​ມິດຕະພາບ​ອົດ​ສະ​ຕາ​ລີ-ຫວຽດນາມ ມີ​ຄວາມ​ສົນ​ໃຈ​ທີ່​ສຸດ​ເຖິງ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ​ໃຫ້​ຂໍ້​ສັງ​ເກດ​ວ່າ: ​ເລື່ອງ​ຈີນ ຕັ້ງຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ ​ໄດ້​ກໍ່​ຜົນ​ສະທ້ອນທີ່​ບໍ່​ດີ​ເຖິງ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ./.

ຂ່າວ/ບົດ​ອື່ນ