ເພີ່ມທະວີການພົວພັນມິດຕພພາບ ແລະ ຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ - ການາດາ

ເພີ່ມທະວີການພົວພັນມິດຕພພາບ ແລະ ຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ - ການາດາ - ảnh 1
ທ່ານ​ນາງຮອງປະທານ​ສະພາ​ແຫ່ງ​ຊາດ Nguyen Thi Kim Ngan
ເຮັດ​ວຽກກັບ​ການ​ນຳ​ກາ​ນາ​ດາ
( ພາບ: qdnd.vn )


( vovworld ) -   ​ໃນ​ລະ​ຫວ່າງ​ວັນ​ທີ 28 – 29/6, ທ່ານ​ນາງຮອງປະທານ​ສະພາ​ແຫ່ງ​ຊາດ Nguyen Thi Kim Ngan ​ໄດ້​ໄປ​ຢ້ຽມຢາມ​ກາ​ນາ​ດາ. ຄະນະ​ຜູ້​ແທນ​ຫວຽດນາມໄດ້​ເຂົ້າ​ຢ້ຽມຂໍ່ານັບ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ປະ​ເທດ​ກາ​ນາ​ດາ ທ່ານ David Jonhston ​ແລະ ມີ​ບັນດາ​ການ​ພົບ​ປະ, ​ເຮັດ​ວຽກກັບ​ການ​ນຳ​ສະພາ​ແຫ່ງ​ຊາດ​ກາ​ນາ​ດາ, ​ໃນ​ນັ້ນ​ມີ​ທ່ານ​ປະທານ​ສະພາ​ສູງ Noel Kinsella ​ແລະ ທ່ານ​ຮອງປະທານ​ກຸ່ມ​ສະມາຊິກ​ສະພາ​ມິດຕະພາບ​ກາ​ນາ​ດາ - ຫວຽດນາມ ສະມາຊິກ​ສະພາ​ຕໍ່າ Andrew Saxton. ບັນດາ​ການ​ນຳ​ກາ​ນາ​ດາ ​ໄດ້​ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ຂອງ​ຫວຽດນາມ ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ ​ແລະ ຮັບ​ປະກັນ​ຊີວິດສັງຄົມ, ພິ​ເສດ​ແມ່ນ​ໃນ​ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດຫິວ​ຫຼຸດຜ່ອນ​ຄວາມທຸກ​ຍາກ. ສອງ​ຝ່າຍ​ໄດ້​ເຫັນ​ດີ​ຄວນ​ຊຸກຍູ້​ມາດ​ຕະການຕ່າງໆ​ເຮັດ​ໃຫ້​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ ​ແລະ ການຮ່ວມ​ມື​ຫຼາຍ​ດ້ານ​ໃນ​ສະພາບ​ການ​ໃໝ່​ເລີກ​ເຊິ່ງກວ່າ​ອີກ, ພິ​ເສດ​ແມ່ນ​ຊຸກຍູ້​ການ​ພົວພັນ​ດ້ານ​ການ​ທູດ​ລັດຖະສະພາ, ມຸ່ງ​ໄປ​ເຖິງພິທີ​ສະ​ເຫຼີ​ມສະ​ຫຼອງ 40 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ​ໃນ​ປີ 2013. ບັນດາ​ການ​ນ​ຳກາ​ນາ​ດາ ​ໄດ້​ຕີ​ລາຄາ​ສູງ​ເລື່ອງ​ຫວຽດນາມ ນຳ​ໃຊ້​ແຫຼ່ງທຶນ​ອຸປະ​ຖຳທີ່​ສະຫງວນ​ໃຫ້​ແກ່​ການ​ພັດທະນາ ​ແລະ ຢືນຢັນ​ວ່າ ຈະສືບ​ຕໍ່​ຖື​ຫວຽດນາມ ​ເປັນ​ໜຶ່ງ​ໃນ​ຈຳນວນ 20 ປະ​ເທດ​ໃນ​ໂລກ​ສືບ​ຕໍ່​​ໄດ້ຮັບ​​ບຸລິມະສິດ​​ແຫຼ່ງທຶນ​ອຸປະ​ຖຳ​ໃຫ້​ແກ່​ການພັດທະນາ​ຂອງ​ກາ​ນາ​ດາ.

ຂ່າວ/ບົດ​ອື່ນ