ເພີ່ມທະວີການພົວພັນຮ່ວມມືຫລາຍດ້ານ ລະຫວ່າງ ຫວຽດນາມ ແລະ Armenia

ເພີ່ມທະວີການພົວພັນຮ່ວມມືຫລາຍດ້ານ ລະຫວ່າງ ຫວຽດນາມ ແລະ Armenia - ảnh 1
ທ່ານ Serzh Sargsyan ປະທານາທິບໍດີ  Armenia
ພາບປະກອບ:internet

(vovworld) - ​ໂດຍ​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ, ທ່ານ Serzh Sargsyan ປະທານາທິບໍດີ ສາທາລະນະ​ລັດ Armenia, ຈະ​ມາ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 8 -9/6/2012. ການ​ຢ້ຽມຢາມ​ຂອງ ທ່ານ Serzh Sargsyan ດຳ​ເນີນ​​ໄປ​ໃນ​ສະ​ພາບ​ການ​ທີ່ການພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ ​ແລະ Armenia ພັດທະນາ​ຢ່າງ​ຕັ້ງ​ຫນ້າ ກົງ​ກັບ​ໂອກາດ​ສອງ​ປະ​ເທດ ລະນຶກ 20 ປີ ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ (14/7/1992 - 14/7/2012). ການ​ຢ້ຽມຢາມ​ຫວຽດນາມ​ຄັ້ງ​ນີ້​ຂອງ​ ທ່ານ ປະທານາທິບໍດີ Serzh Sargsyan ​​​ແມ່ນເພື່ອແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ຫລາຍ​ດ້ານ​ລະຫວ່າງ​ສອງ​ປະ​ເທດ, ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ການ​ຄ້າ ​ແລະ ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ ຊຶ່ງ​ສອງ​ຝ່າຍ​ມີຄວາມ​ສາມາດ​ບົ່ມ​ຊ້ອນ, ຄວາມ​ຕ້ອງການ ​ແລະ ຜົນ​ປະ​ໂຫຍດ; ​ແລກປ່ຽນ​ບາງ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ຂ່າວ/ບົດ​ອື່ນ