ເພີ່ມທະວີການຮ່ວມມື ລະຫວ່າງ ອາຊຽນ ແລະ ສະຫະປະຊາຊາດ


ເພີ່ມທະວີການຮ່ວມມື ລະຫວ່າງ ອາຊຽນ ແລະ ສະຫະປະຊາຊາດ - ảnh 1
ທ່ານເລຂາທິການໃຫຍ່ ສປຊ ແລະ
ທ່ານປະທານາທິບໍດີ ອິນໂດເນເຊຍ
(ພາບ:un.org)

(vovworld) - ​ເນື່ອງ​ໃນ​ໂອກາດ​​ໄປ​ຢ້ຽມຢາມ ອິນ​ໂດ​ເນ​ເຊຍ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ປະທານາທິບໍດີ​ປະ​ເທ​ດ​ເຈົ້າພາບ Susilo Bambang Yudhoyono, ວັນ​ທີ 20/3, ທ່ານ​ເລຂາ​ທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki Moon ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ເລຂາທິການ​ໃຫຍ່​ອາ​ຊຽນ Surin Pitsuwan ທີ່​ສຳນັກງານຄະນະ​ເລຂາອາ​ຊຽນຢູ່​ນະຄອນຫຼວງ Jakarta. ທີ່​ການ​ພົບ​ປະ, ການ​ນຳ 2 ທ່ານ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ຖື​ວ່າ: ​ເຖິງ​ວ່າ​ຈະ​ມີ​ຄວາມຕ່າງ​ກັນ​ກ່ຽວ​ກັບ​ຂອບ​ຂະໜາດ ​ແລະ ລະດັບຄວາມ​ສັບສົນກໍ​ຕາມ, ​ແຕ່​ອາ​ຊຽນ ​ແລະ ສະຫະ​ປະຊາ​ຊາດ​ຍັງມີ​ຫຼາຍ​ຈຸດໝາຍ​ລວມ ​ແລະ ມີ​ຫຼາຍ​ຂົງ​ເຂດສາມາດ​ເພີ່ມ​ເຕີມ​ໃຫ້​ກັນ​ໄດ້. ​ແລະ​ນີ້​ແມ່ນ​ກາລະ​ໂອກາດ ​ເພື່ອ​ໃຫ້ 2 ​ອົງການແລກປ່ຽນ​ແນວ​ຄວາມ​ຄິດ ​ແລະ ຮ່ວມ​ມື​ກັນ​ໃນ​ຫຼາຍ​ບັນຫາ. ການ​ນຳ 2 ທ່ານ​​​ໄດ້​ຮັບຮູ້ບັນດາ​ການ​ແລກປ່ຽນ​ຢ່າງຕັ້ງໜ້າ​ລະຫວ່າງ 2 ​ຄະນະ​ເລຂາ ນັບ​ແຕ່​ຈັດ​ຕັ້ງ​ກ​ອງປະຊຸມ​ສຸດ​ຍອດ​ອາ​ຊຽນຢູ່ Bali ​ເມືອ​ປີ 2011, ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ບັນດາ​ການ​ປ່ຽນ​ແປງ​ດ້ານ​ປະຊາທິປະ​ໄຕ​ຢູ່​ມຽນມາ, ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ໃໝ່​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ພິພາດ​ຊາຍ​ແດນ​ລະຫວ່າງ ກຳປູ​ເຈຍ ​ແລະ ​ໄທ, ຄວາມ​ຄຶບໜ້າ​ກ່ຽວ​ກັບ​ຂໍ້​ລິ້​ເລີ່​ມຂອງ​ອາ​ຊຽນ​ໃນ​ການ​ສ້າງ​ຕັ້ງ​ສະ​ຖາ​ບັນ​ສັນຕິພາບ ​ແລະ ​ໄກ່​ເກ່ຍອາ​ຊຽນ.​

ຂ່າວ/ບົດ​ອື່ນ