ເພີ່ມທະວີການຮ່ວມມື ສະພາແຫ່ງຊາດສອງ ປະເທດ ຫວຽດນາມ - ລາວ

ເພີ່ມທະວີການຮ່ວມມື ສະພາແຫ່ງຊາດສອງ ປະເທດ ຫວຽດນາມ - ລາວ - ảnh 1
(ພາບ: http://vietnamplus.vn)

ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ ​ແຕ່​ວັນ​ທີ 29/11 ຫາ ວັນ​ທີ 2/12, ຕອນ​ບ່າ​ຍວັນ​ທີ 29/11, ທ່ານ​ ​ເຈີ​ນວັນ​ຮັ່ງ, ກຳມະການ​ສູນ​ກາງ​ພັກ, ຫົວໜ້າ​ກຳມາ​ທິການ​ການ​ຕ່າງປະ​ເທດສະພາ​ແຫ່ງ​ຊາດ ​ແລະ ທ່ານ ​ຫງວຽນ​ແຮ້ງ​ຟູກ, ກຳມະການ​ສູນ​ກາງ​ພັກ, ຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ​ຫວຽດນາມ ​ໄດ້​ມີ​ການ​​ເຮັດ​ວຽກ​ກັບ ຫົວໜ້າ​ກຳມາ​ທິການ​​ການ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດລາວ ທ່ານ ກຸ​ແກ້ວ ອັກຄະ​ມົນຕີ ​ແລະ ຫົວໜ້າ​ຫ້ອງ​ວ່າການ​ສະພາ​ຫ່ງຊາດ​ລາວ ທ່ານ ອຸ່ນ​ແກ້ວ ວຸດທິລາດ. ທີ່​ການ​ເຮັດ​ວຽກ, 2 ຝ່າຍ​ໄດ້​ສະ​ແດງ​ຄວາມ​ພາກ​ພຸມ​ໃຈ​ຕໍ່​ຄວາມ​ຄືບ​ໜ້າ​ໃນ​ການ​ກໍ່ສ້າງ ກໍ່​ຄື​ຄຸນ​ນະພາ​ບກິດຈະກຳກໍ່ສ້າງສຳນັກ​ງານ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ລາວ ​ເຊິ່ງ​ແມ່ນ​ຂອງ​ຂັວນຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ທີ່ມອບ​ໃຫ້ ​ສະພາ​ແຫ່ງ​ຊາດ ລາວ ​ແລະ ສະ​ແດງຄວາມ​ຫວັງວ່າ​ກິດຈະກຳ​ມິດຕະພາບ​ນີ້​ຈະ​ຈັດ​ພິທີ​ມອບມອບ​ຮັບຖືກ​ຕາມກຳນົດ​ເວລາ​ຄືວັນ​ທີ 1/12/2011. ຄະນະ​ຜູ້​ແທນ 2 ຝ່າຍ​ກໍ່​ໄດ້​ເຫັນ​ດີ​ເປັນ​​ເອກະສັນ​ນຳ​ກັນ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ການ​ບຳລຸງ​ສ້າງ​ພະນັກງານ​​ໃຫ້​ແກ່​ສະພາ​ແຫ່ງ​ຊາດ​ລາວ ​ແລະ ຊ່ວຍ ວາລະສານ ຜູ້​ແທນ ປຊຊ ກາຍ​ເປັນ​ໜັງສືພິມ​ຂອງ​ສະພາ​ແຫ່ງ​ຊາດ​ລາວ ​ແລະ ​ເລີ່​ມພິມຈຳໜ່າຍ​ໂດຍ​ໄວ​.
ຂ່າວ/ບົດ​ອື່ນ