ເພີ່ມທະວີການຮ່ວມມືດ້ານການເງິນພາກພື້ນ ອາຊຽນ

(VOVWORLD) - ເພີ່ມທະວີການຮ່ວມມືດ້ານການເງິນພາກພື້ນ ອາຊຽນ - ຊຸກຍູ້ການຟື້ນຟູເສດຖະກິດ ແລະ ພັດທະນາແບບຍືນຍົງ. 

ນີ້ແມ່ນເນື້ອໃນສຳຄັນທີ່ໄດ້ຮັບການປຶກສາຫາລືຢູ່ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ ອາຊຽນ ຄັ້ງທີ 6 ເຊິ່ງຈັດຕັ້ງໃນລະຫວ່າງວັນທີ 01 – 02 ຕຸລາ ຢູ່ຮ່າໂນ້ຍ ຕາມຮູບການທາງອອນລາຍ.        ນີ້ແມ່ນກອງປະຊຸມສຳຄັນທີ່ສຸດໃນລະບົບບັນດາເຫດການຮ່ວມມືດ້ານການເງິນ ແລະ ທະນາຄານ ອາຊຽນ ໂດຍ ຫວຽດນາມ ເປັນເຈົ້າພາບຈັດຕັ້ງໃນປີ 2020.

ເພີ່ມທະວີການຮ່ວມມືດ້ານການເງິນພາກພື້ນ ອາຊຽນ - ảnh 1ກອງປະຊຸມຂ່າວສິ້ນສຸດກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ ອາຊຽນ ຄັ້ງທີ 6 (ພາບ:  TTXVN)

        ກອງປະຊຸມໄດ້ຕີລາຄາສູງບັນດາໝາກຜົນການຮ່ວມມືຂອງບັນດາກຸ່ມປະຕິບັດງານໃນຂົງເຂດທະນາຄານ ເມື່ອບັນລຸໄດ້ຄາດໝາຍການເຄື່ອນໄຫວໄດ້ວາງອອກນັບແຕ່ຕົ້ນປີ 2020 ເກືອບທັງໝົດ, ໃນນັ້ນ ຈຸດພົ້ນເດັ່ນແມ່ນຂໍ້ລິເລີ່ມໃຫ້ບຸລິມະສິດການຮ່ວມມືຂອງເສົາຄ້ຳເສດຖະກິດຂອງປີປະທານ ອາຊຽນ 2020 ກ່ຽວກັບການຊຸກຍູ້ການເຊື່ອມຕໍ່ຊຳລະເງິນໃນພາກພື້ນ. ໃນນັ້ນ, ຂໍ້ລິເລີ່ມບັນດາຫຼັກການທະນາຄານແບບຍືນຍົງແມ່ນຂໍ້ລິເລີ່ມ ອາຊຽນ ໂດຍ ຫວຽດນາມ ສະເໜີເພື່ອແນໃສ່ມຸ່ງໄປເຖິງການສ້າງບັນດາຫຼັກການລວມ ທີ່ມີລັກສະນະແບບຍືນຍົງ ໃຫ້ແກ່ການເຄື່ອນໄຫວຂອງບັນດາທະນາຄານໃນພາກພື້ນ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ