ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ-ສ.ເກົາຫຼີ

(VOVWORLD) -2 ຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການຢູ່ໃນໂລກ, ພາກພື້ນ ແລະ ບັນດາບັນຫາສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, 2 ຝ່າຍເຫັນດີເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ.
ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ-ສ.ເກົາຫຼີ - ảnh 1ທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ
ຕ້ອນຮັບທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດສ.ເກົາຫຼີ Park Jae Min
(ພາບ: Trong Phu)

ການເຈລະຈານະໂຍບາຍປ້ອງກັນຄວາມສະຫງົບລະຫວ່າງຫວຽດນາມ-ສ.ເກົາຫຼີ ຄັ້ງທີ 9 ດຳເນີນໃນຕອນບ່າຍວັນທີ 16 ກັນຍາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ພາຍໃຕ້ການເປັນປະທານຮ່ວມຂອງທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະ ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດສ.ເກົາຫຼີ Park Jae Min. ທີ່ການເຈລະຈາ, 2 ຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການຢູ່ໃນໂລກ, ພາກພື້ນ ແລະ ບັນດາບັນຫາສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, 2 ຝ່າຍເຫັນດີເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ. ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍ, 2 ຝ່າຍໄດ້ເຫັນດີນຳກັນວ່າ ໃນໄລຍະຈະມາເຖິງສືບຕໍ່ສຸມໃສ່ເພີ່ມທະວີການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດ, ແກ້ໄຂຜົນຮ້າຍຢ້ອນຫຼັງພາຍຫຼັງສົງຄາມ, ຄວາມໝັ້ນຄົງທາງທະເລ, ບັນດາການເຄື່ອນໄຫວກ່ຽວຂ້ອງເຖິງການຮັກສາສັນຕິພາບສະຫະປະຊາຊາດ, ການປ້ອງກັນ ຕ້ານໂລກລະບາດໂຄວິດ-19 ແລະ ບັນດາການສົມທົບກັນຢູ່ບັນດາເວທີປາໄສໃນຂົງເຂດຫຼາຍຝ່າຍ, ໂດຍສະເພາະແມ່ນບັນດາກົນໄກຮ່ວມມືໂດຍອາຊຽນ ນຳພາ.

        ພາຍຫຼັງການເຈລະຈາ, ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດສ.ເກົາຫຼີ Park Jae Min ໄດ້ເຂົ້າຢ້ຽມຂໍ່ຳນັບທ່ານພົນເອກ ຟານວັນຢາງ, ລັດຖະມົນຕີການຕ່າງປະເທດຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ