ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ຈີນນຳສັນຕິພາບ,ສະຖຽນລະພາບມາໃຫ້2ປະເທດແລະພາກພື້ນ

ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ຈີນນຳສັນຕິພາບ,ສະຖຽນລະພາບມາໃຫ້2ປະເທດແລະພາກພື້ນ - ảnh 1
ທ່ານ​ພົນ​ໂທ ຫງວຽນ​ຈີ໋ວິງ ຮອງ​ລັດຖະມົນຕີ
​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ

(vovworld) – ​ ​ ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນ​ສູງ ຫວຽດນາມ ​ໂດຍ​ທ່ານ​ພົນ​ໂທ ຫງວຽນ​ຈີ໋ວິງ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ນຳ​ໜ້າ ທີ່​ພວມ​ມີ​ການ​ປະຕິບັດ​ງາ​ນຢູ່ ຈີນ. ​ໃນ​ການ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ VOV, ທ່ານ​ຮອງລັດຖະມົນຕີ ຫງວຽນ​ຈີ໋ວິງ ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ປະຕິບັດ​ງານ​ຢູ່ ຈີ​ນ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸ​ມປ້ອງ​ກັນ​ຄວາມ​ສະຫງົບ​ສາກົນ Munich ​ແລະ ການ​ເຈລະຈານະ​ໂຍບາຍ​ປ້ອງ​ກັນຊາ​ດລະຫວ່າງ ຫວຽດນາມ ​ແລະ ຈີນ ຄັ້ງ​ທີ 9, ທ່ານ​ຮອງ​ລັດຖະມົນຕີ ຫງວຽນ​ຈີ໋ວິ​ງ ​ໃຫ້​ຮູ້​ວ່າ:

        “ການ​ເຈລະຈາ​ນະ​ໂຍບາຍ​ປ້ອງ​ກັນຊາ​ດຄັ້ງ​ນີ້ ​ແມ່ນ​ວຽກ​ງານ​ກະກຽມ ​ເພື່ອ​ໃຫ້​ຕົ້ນ​ປີ 2017 ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຈີນ ຈະມາ​ຢ້ຽມຢາມ ຫວຽດນາມ ​ແລະ ເຂົ້າ​ຮ່ວມການ​ເຈລະຈາ​ນະ​ໂຍບາຍ​ປ້ອງ​ກັນ​ຊາຍ​ແດນ, ສົມທົບ​ກັບ​ການ​ພົບ​ປະ​ແລກປ່ຽນ​ດ້ານ​ປ້ອງ​ກັນຊາ​ຍ​ແດນ ຫວຽດນາມ - ຈີນ ຢູ່ ລາຍ​ເຈົາ ​ແລະ ຢ໋ວຽນໜ໋ານ (ຈີນ). 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ນຳ​ກັນ ​ແລະ ລົງ​ນາມ​ໃນ​ເອກະສານສຳຄັນ​ຫລາຍ​ສະບັບ​ໃນ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ ຫວຽດນາມ - ຈີນ ຢ່າງ​ເປັນ​ທາງ​ການ. ທີ່​ການ​ພົບ​ປະ​ ທ່ານ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ຈີນ ຈ໋າງກວານ​ຈ໋ວານ, ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ບັນດາທຸກ​ສິ່ງທຸກ​ຢ່າງ ​ເຊິ່ງ 2 ຝ່າຍ​ພວມ​ປະຕິບັດ, ພ້ອມ​ທັງ ຢືນຢັນ​ວ່າ: ຝ່າຍ​ ຈີນ ຈະ​ສືບ​ຕໍ່​ພະຍາຍາມ​ຫລາຍ​ກ່ວາ​ອີກ ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດລະຫວ່າງ ຈີນ - ຫວຽດນາມ, ນຳ​ສັນຕິພາບ, ສະຖຽນ​ລະ​ພາບມາ​ໃຫ້ ຫວຽດນາມ, ​ໃຫ້ ຈີນ ​ແລະ ປະກອບສ່ວນ​ໃຫ້​ສັນຕິພາບ, ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ