ເພີ່ມທະວີການຮ່ວມມືປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍໃນການອອກແຮງງານແລະວຽກເຮັດງານທຳ

ເພີ່ມທະວີການຮ່ວມມືປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍໃນການອອກແຮງງານແລະວຽກເຮັດງານທຳ - ảnh 1
ທ່ານນາງຮອງລັດຖະມົນຕີ ດ່າວຮົ່ງລານ
ກ່າວຄຳເຫັນທີ່ກອງປະຊຸມສຳມະນາ
(ພາບ: giadinhvatreem.vn)

(vovworld) –​​​ ​ ​ໃນ​ລະຫວ່າງ​ວັນ​ທີ 19 – 20/11, ຢູ່​ນະຄອນ​ໂຮ່ຈີ​ມິນ, ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ ຫວຽດນາມ ຈັດ​ຕັ້ງ​ກອງປະຊຸມ​ສຳ​ມະ​ນາ​ພາກ​ພື້ນ​ກ່ຽວ​ກັບ​ການ​ນຳ​ບັນຫາເພດ​ ​ເຂົ້າໃນ​ບັນດາ​ນະ​ໂຍບາຍ ​ແລະ ກົດໝາຍ​ແຮງ​ງານ ມຸ່ງ​ໄປ​ເຖິງ​ວຽກ​ເຮັດ​ງານ​ທຳ​​ເປັນ​ປົກກະຕິ. ກອງ​ປະຊຸມ​ສຳ​ມະ​ນາ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ບາງ​ປະ​ເທດ​ໃນ​ພາກ​ພື້ນ ອາ​ຊຽນ ຄື: ບຣູ​ໄນ, ມຽນມາ, ຟີ​ລິບ​ປິນ, ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ…​ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ຈັດ​ຕັ້ງ ​ເພື່ອ​ແນ​ໃສ່​ແບ່ງປັນ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ເລື່ອງ​ນຳ​ບັນຫາ​ເພດ​ ​ເຂົ້າໃນ​ບັນດາ​ນະ​ໂຍບາຍ​ແຮງ​ງານ, ພິ​ເສດ​​ແມ່ນ​ກ່ຽວຂ້ອງ​ເຖິງ​ວຽກ​ເຮັດ​ງານ​ທຳ​​ເປັນ​ປົກກະຕິ; ສະພາບ​ການ​​ໃຫ້ສັດຕະຍາບັນ​ບັນດາ​​ສົນທິສັນຍາ​ຂອງ​ອົງການ​ຈັດ​ຕັ້ງ​ແຮງ​ງານ​ສາກົນ (ILO) ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ ​ແລະ ການ​ປະຕິບັດ​ບັນດາ​ຂໍ້​ສະ​ເໜີ​​ຂອງ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ລົບ​ລ້າງ​ທຸກ​ຮູບ​ການຈຳ​ແນ​ກການ​ປະພຶດ​ແມ່ຍິງ​ (ສົນທິສັນຍາ CEDAW). ກອງ​ປະຊຸມ​ສຳ​ມະ​ນາກໍ​ປຶກສາ​ຫາລື, ກໍ່ສ້າງ​ບັນດາ​ຍຸດ​ທະ​ສາດ​ ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ນຳ​ບັນຫາ​ເພດ​ເຂົ້າ​ໃນ​ບັນດາ​ນະ​ໂຍບາຍ​ແຮງ​ງານ ມຸ່ງ​ໄປ​ເຖິງ​ວຽກ​ເຮັດ​ງານ​ທຳ​​ເປັນ​ປົກກະຕິ, ກໍ່​ຄື​ເພີ່ມ​ທະວີ​ການ​ຮ່ວມ​ມື​​ໃນ​ພາກ​ພື້ນ​ກ່ຽວກັບ​ບັນ​ຫາ​ນີ້.

 

 

ຂ່າວ/ບົດ​ອື່ນ