ເພີ່ມ​ທະ​ວີການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ໃນ​ການ​ຮັບ​​ມື​ກັບ​ໂລກ​ລະ​ບາດ​ໂຄວິດ 19

(VOVWORLD) -ຫົວເລື່ອງຂອງກອງປະຊຸມແມ່ນ “ເພີ່ມທະວີການພົວພັນຄູ່ຮ່ວມມືລັດຖະສະພາ ເພື່ອການພັດທະນາແບບຍືນຍົງ ແລະ ການຮັບມືກັບວິກິດການໂຄວິດ 19 ຢູ່ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ”
ເພີ່ມ​ທະ​ວີການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ໃນ​ການ​ຮັບ​​ມື​ກັບ​ໂລກ​ລະ​ບາດ​ໂຄວິດ 19 - ảnh 1

 (ພາບ: TTXVN)

   ຕອນເຊົ້າວັນທີ 23 ກັນຍາ, ກອງປະຊຸມຄັ້ງທີ 8 ຄະນະກຳມາທິການການພົວພັນຕ່າງປະເທດ ສະພາແຫ່ງຊາດ 3 ປະເທດກຳປູເຈຍ-ລາວ-ຫວຽດນາມ ກ່ຽວກັບເຂດສາມຫຼ່ຽມພັດທະນາ ໄດ້ຈັດຂຶ້ນແບບທາງໄກ ໂດຍພາຍໃຕ້ການເປັນປະທານຂອງສະພາແຫ່ງຊາດກຳປູເຈຍ. ຄະນະຜູ້ແທນ ຄະນະກຳມາທິການການພົວພັນຕ່າງປະເທດ ສະພາແຫ່ງຊາດ ຫວຽດນາມ ໂດຍທ່ານຫວູ້ຫາຍຮ່າ, ປະທານຄະນະກຳມາທິການ ນຳໜ້າໄດ້ເຂົ້າຮ່ວມກອງປະຊຸມ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານ ຄະນະກຳມາທິການການພົວພັນຕ່າງປະເທດ ສະພາແຫ່ງຊາດ ຫວຽດນາມ ຫວູ້ຫາຍຮ່າ ຢືນຢັນວ່າ:

  ໃນສະພາບການໂລກ ແລະ ພາກພື້ນປີ 2021 ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກໂລກລະບາດໂຄວິດ19, ຄະນະຜູ້ແທນຫວຽດນາມ ເຫັນດີເປັນເອກະພາບກັບຫົວເລື່ອງຂອງກອງປະຊຸມຄັ້ງນີ້ ແມ່ນ “ເພີ່ມທະວີການພົວພັນຄູ່ຮ່ວມມືລັດຖະສະພາ ເພື່ອການພັດທະນາແບບຍືນຍົງ ແລະ ການຮັບມືກັບວິກິດການໂຄວິດ 19 ຢູ່ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ” ຊື່ງໄດ້ຮຽກຮ້ອງໃຫ້ຄວາມມານະພະຍາຍາມຂອງພວກເຮົາ ໃນການປະຕິບັດບັນດາຄຳໝັ້ນສັນຍາ ເພື່ອແນໃສ່ພັດທະນາເສດຖະກິດສັງຄົມຮອບດ້ານ ໃນເຂດສາມຫຼ່ຽມພັດທະນາຢ່າງຍືນຍົງ. ພ້ອມທັງເພື່ອໃຫ້ມີບັນດາມາດຕະການຮັບມືຢ່າງມີປະສິດທິຜົນ ກັບສະພາບໂລກລະບາດທີ່ພວມມີການຜັນແປຢ່າງສັບສົນໃນປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ