ເພີ່ມ​ທະ​ວີ​ການ​ຮ່ວ​ມ​ມື​ລະ​ຫວ່າງ ຫວຽດ​ນາມ - ນອກ​ແວ

(VOVWORLD) -ສອງຝ່າຍໄດ້ຕີລາຄາສູງຕໍ່ການພັດທະນະຂອງການພົວພັນລະຫວ່າງ ຫວຽດນາມ - ນອກແວໃນໄລຍະຜ່ານມາ ແລະ ເຫັນດີນຳກັນວ່າ ຄວນສືບຕໍ່ຮັກສາ ແລະ ຊຸກຍູ້ການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ພິເສດແມ່ນໃນຂົງເຂດລ້ຽງປູກສິນໃນນ້ຳ, ພະລັງງານສະອາດ, ການຄົ້ນຄວ້າວິທະຍາສາດທາງທະເລ, ປົກປັກຮັກສາສິ່ງແວດລ້ອມທະເລ….
ເພີ່ມ​ທະ​ວີ​ການ​ຮ່ວ​ມ​ມື​ລະ​ຫວ່າງ ຫວຽດ​ນາມ - ນອກ​ແວ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ  (ພາບປະກອບ:TTXVN)

ຕອນບ່າຍວັນທີ 4 ທັນວາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ແລະ ທ່ານນາງ Ine Marie Eriksen Soreide ລັດຖະມົນຕີການຕ່າງປະເທດ ນອກແວ ໄດ້ໂອ້ລົມສົນທະນາຜ່ານຮູບການທາງອອນລາຍ ກ່ຽວກັບການພົວພັນລະຫວ່າງສອງປະເທດ ແລະ ບັນດາກາລະໂອກາດຮ່ວມມືຢູ່ ສະພາຄວາມໝັ້ນຄົງ ສປຊ ໃນປີ 2021 ເມື່ອ ນອກແວ ເລີ່ມດຳລົງຕຳແໜ່ງເປັນ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ. ສອງຝ່າຍໄດ້ຕີລາຄາສູງຕໍ່ການພັດທະນະຂອງການພົວພັນລະຫວ່າງ ຫວຽດນາມ - ນອກແວໃນໄລຍະຜ່ານມາ ແລະ ເຫັນດີນຳກັນວ່າ ຄວນສືບຕໍ່ຮັກສາ ແລະ ຊຸກຍູ້ການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ພິເສດແມ່ນໃນຂົງເຂດລ້ຽງປູກສິນໃນນ້ຳ, ພະລັງງານສະອາດ, ການຄົ້ນຄວ້າວິທະຍາສາດທາງທະເລ, ປົກປັກຮັກສາສິ່ງແວດລ້ອມທະເລ…. ລັດຖະມົນຕີການຕ່າງປະເທດສອງທ່ານ ກໍຢັ້ງຢືນວ່າ ສອງຝ່າຍຈະສືບຕໍ່ຮັກສາ, ເພີ່ມທະວີບັນດາກົນໄກປຶກສາຫາລື ແລະ ແລກປ່ຽນຢ່າງເໝາະສົມ ເພື່ອແນໃສ່ແບ່ງປັນຂໍ້ມູນຂ່າວສານ, ທັດສະນະ, ຊອກຫາສຽງເວົ້າລວມ ແລະ ຊຸກຍູ້ຄວາມເຫັນດີເຫັນພ້ອມໃນການແກ້ໄຂບັນດາບັນຫາໃນໂຄງການດຳເນີນງານຂອງ ສະພາຄວາມໝັ້ນຄົງ.


ຕອບກັບ

ຂ່າວ/ບົດ​ອື່ນ