ເພີ່ມທະວີການຮ່ວມມືລະຫວ່າງກະຊວງປ້ອງກັນ ປະເທດ 2 ປະເທດ ຫວຽດນາມ - ກຳປູເຈຍ

ເພີ່ມທະວີການຮ່ວມມືລະຫວ່າງກະຊວງປ້ອງກັນ ປະເທດ 2 ປະເທດ ຫວຽດນາມ - ກຳປູເຈຍ - ảnh 1
(ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ປ້ອງ​ກັນ​ປະ​ເທດ
2 ປະ​ເທດ​ຫວຽດນາມ - ກຳປູ​ເຈຍ)

(vovworld) – ​ໂດຍ​ປະຕິບັດ​ຂໍ້​ຕົກລົງ​ລະຫວ່າງກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ແລະ ກຳປູ​ເຈຍ, ​ໃນ​ວັນ​ທີ 06 – 07/03, ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນ​ສູງ​ແຫ່ງ​ລາຊະ​ອານາຈັກ​ກຳປູ​ເຈຍ ​​ໂດຍ​ພົນ​ເອກ Tia Banh, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ ​​ໄດ​້ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ພົບ​ປະ​ເຈລະຈາ, ຖືກ​ດຳ​ເນີນ​ຈັດ​ຂຶ້ນ​ໃນ​ວັນ​ທີ 06/03, ຢູ່​ນະຄອນ​ໂຮ່ຈິ​ມິນ, ທ່ານ​ພົນ​ເອກ ຟຸງກວາງ​ແທງ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ຢືນຢັນ​ວ່າ, ຍາມ​ໃດ​ປະຊາຊົນ ​ແລະ ກອງທັບ​ຫວຽດນາມ ກໍ່​ສາມັກຄີ, ສະໜັບສະໜູນ ​ແລະ ຊ່ວຍ​​ເຫຼືອ​ປະຊາຊົນ ​ແລະ ກອງທັບ​ກຳປູ​ເຈຍ ​ໃນ​ພາລະກິ​ດສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ທ່ານ​ພົນ​ເອກ ຟຸງກວາງ​ແທງ ກ່າວ​ວ່າ.

        “ການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ປ້ອ​ງກັນ​ປະ​ເທດຂອງ 2 ປະ​ເທດ ພວມ​ໄດ້​ຮັບ​ກາ​ນພັດທະນາ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ, ບໍ່​ພຽງ​ແຕ່​ຢູ່​ຂັ້ນ​ສູງ​ເທົ່າ​ນັ້ນ, ຫາກ​ຢູ່​ທັງວິທະຍາຄານ, ​ໂຮງຮຽນ, ​ເຂດ​ທະຫານ, ບັນດາ​ແຂວງ, ​ເມືອງ, ຕາ​ແສງ​ຕິດ​ກັບ​ຊາຍ​ແດນ​ກຳປູ​ເຈຍ ​ແລະ ລະ​ຫວ່າງ​ປະຊາຊົນ​ນຳ​ກັນ ທີ່​ຮ່ວມ​ມື​ບັນລຸ​ປະສິດທິ​ຜົນ​ເປັນ​ຢ່າງ​ດີ​ອີກ​ດ້ວຍ. ນີ​້ແມ່ນ​ສິ່ງ​ທີ່​ເລີ່​ມ​ມາ​ຈາກ​ຫົວ​ໃຈ, ນັ້ນ​ແມ່ນ​ປາດ​ຖະໜາ​ໃຫ້​ປະ​ເທດ ກຳປູ​ເຈຍ ມີ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ພັດທະນາ”.

        ທີ່​ການ​ເຈລະຈາ, 2 ຝ່າຍ​ໄດ້​ຢືນຢັນ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ​ບັນລຸ​ປະສິດທິ​ຜົນ ​ແລະ ​ແມ່ນ​ໜຶ່ງ​ໃນ​ບັນດາ​ເສົ້າ​ຄ້ຳ​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ. ບັນດາ​ຂົງ​ເຂດຮ່ວມ​ມື​ພົ້ນ​ເດັ່ນ​ຄື: ການບຳລຸງ​ສ້າງ​ຊັບພະຍາກອນ​ມະນຸດ, ປົກ​ປັກ​ຮັກສາ​ເສັ້ນ​ຊາຍ​​ແດນ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ, ສ້າງ​ເງື່ອນ​ໄຂ​ພັດທະນາ​ເສດຖະກິດ​ເຂດ​ຊາຍ​ແດນ​ຂອງ 2 ປະ​ເທດ. 2 ກະຊວງ​ໄດ້​ເປັນ​ເອກະ​ພາບ​ວ່າ, ປີ 2015 ​ແລະ ຊຸມ​ປີ​ຕໍ່ໆ​ໄປ, ກອງທັບ 2 ປະ​ເທດ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ຢ່າງຮອບດ້ານ, ນຳ​ການ​ຮ່ວມ​ມື​ເຂົ້າ​ສູ່​ລວງ​ເລິກ ​ແລະ ບັນລຸ​ປະສິດທິ​ຜົນ​ຢ່າງ​ແທດ​ຈິງ.

ຂ່າວ/ບົດ​ອື່ນ