ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມແລະກາຢັກສະຖານໃນຂົງເຂດສື່ມວນຊົນ

(VOVWORLD) -ຕອນບ່າຍວັນທີ 10 ພຶດສະພາ, ຢູ່ສູນກະຈາຍສຽງແຫ່ງຊາດ ເຮືອນເລກທີ 58 ກວານຊື ຮ່າໂນ້ຍ, ທ່ານ ຫວູຫາຍ ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Aibek Smadiyarov, ອັກຄະລັດຖະທູດ ກາຢັກສະຖານ ປະຈຳຫວຽດນາມ.

ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມແລະກາຢັກສະຖານໃນຂົງເຂດສື່ມວນຊົນ - ảnh 1 ທ່ານ ຫວູຫາຍ ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Aibek Smadiyarov, ອັກຄະລັດຖະທູດ ກາຢັກສະຖານ ປະຈຳຫວຽດນາມ

ທີ່ການຕ້ອນຮັບ, ທ່ານຫວູຫາຍ ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມໃຫ້ຮູ້ວ່າ: ປະຈຸບັນ ວິທະຍຸກະຈາຍສຽງຫວຽດນາມ ມີການພົວພັນກັບ 60 ອົງການ, ວິທະຍຸ ໂທລະພາບສາກົນ ແລະ ພາກພື້ນ. ພິເສດ ວິທະຍຸກະຈາຍສຽງຫວຽດນາມ ເຂົ້າຮ່ວມຕັ້ງຫນ້າເຂົ້າໃນອົງການກະຈາຍສຽງ ໂທລະພາບ ອາຊີ ປາຊີຟິກ, ສະຖາບັນກະຈາຍສຽງ ໂທລະພາບ ອາຊີ ປາຊີຟິກ, ສະຫະສະມາຄົມສາກົນບັນດາວິທະຍຸກະຈາຍສຽງໂທລະພາບໃຊ້ພາສາ ຝລັ່ງ. ທ່ານ ຫວູຫາຍ ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ຊີ້ແຈ້ງວ່າ:

        “ພວກຂ້າພະເຈົ້າປາດຖະຫນາວ່າ ຜ່ານສະຖານທູດ ກາຢັກສະຖານປະຈຳຫວຽດນາມ, ພວກເຮົາສາມາດລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງວິທະຍຸກະຈາຍສຽງຫວຽດນາມ ແລະ ວິທະຍຸໂທລະພາບແຫ່ງຊາດຂອງ ກາຢັກສະຖານ. ເນື້ອໃນຕົ້ນຕໍອາດຈະຮ່ວມມືນັ້ນແມ່ນແລກປ່ຽນບັນດາລາຍການກະຈາຍສຽງໂທລະພາບ, ແລກປ່ຽນບັນດາຄະນະນັກຂ່າວ ຫລື ຮ່ວມຈັດຕັ້ງບັນດາລາຍການກະຈາຍສຽງໂທລະພາບ. ກ່ຽວກັບການເຄື່ອນໄຫວຂອງກາຢັກສະຖານຢູ່ຫວຽດນາມ, ວິທະຍຸກະຈາຍສຽງຫວຽດນາມ ຈະສົ່ງນັກຂ່າວໄປເອົາຂ່າວ”

ສ່ວນທ່ານ Aibek Smadiyarov ຊີ້ແຈ້ງວ່າ ແຕ່ວັນທີ 22- 24 ພຶດສະພາ, ເວທີປາໄສສື່ສານ ອາຊີ ເອີລົບ ຄັ້ງທີ 15 ຈະຈັດຕັ້ງຢູ່ ກາຢັກສະຖານ. ກາຢັກສະຖານຢາກເຊີນຕາງຫນ້າຂອງວິທະຍຸກະຈາຍສຽງຫວຽດນາມ ເຂົ້າຮ່ວມເຫດການນີ້.

ຕອບກັບ

ຂ່າວ/ບົດ​ອື່ນ