ເພີ່ມທະວີການເຊື່ອມໂຍງດ້ານເສດຖະກິດລະຫວ່າງອາຊຽນກັບບັນດາຄູ່ເຈລະຈາ

ເພີ່ມທະວີການເຊື່ອມໂຍງດ້ານເສດຖະກິດລະຫວ່າງອາຊຽນກັບບັນດາຄູ່ເຈລະຈາ - ảnh 1
(ພາບປະກອບ: Vietnam+)

(vovworld) - ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ​ອາ​ຊຽນຄັ້ງ​ທີ 47 (AEM 47)​ແລະ ບັນດາ​ກອງ​ປະຊຸມ​ກ່ຽວຂ້ອງ, ວັນ​ທີ 23/8, ຢູ່​ນະຄອນຫຼວງ​ກົວ​ລາ​ລຳ​ເປ​ີ (ມາ​ເລ​ເຊຍ) ​ໄດ້​ດຳ​ເນີນ​ບັນດາ​ກອງ​ປະຊຸມ​ທາ​ບທາມ​ຄວາມ​ເຫັນ​ຂອງ​ບັນດາລັດຖະມົນຕີ​ເສດຖະກິດ​ອາ​ຊຽນກັບ​ບັນດາ​ຄູ່​ເຈລະຈາ.

ທີ່​ກອງ​ປະຊຸມ​ທາ​ບທາມ​ຄວາມ​ເຫັນ​ລະຫວ່າງ​ບັນດາລັດຖະມົນຕີ​ເສດຖະກິດ​ອາ​ຊຽນ ກັບ​ກະຊວງ​ການ​ຄ້າ​ຈີນ (AEM-MOFCOM ຄັ້ງ​ທີ 14), ບັນດາ​ລັດຖະມົນຕີ​ຊົມ​ເຊີຍ​ເລື່ອງ​ປະຕິບັດ​ສຳ​ເລັດ​ລະບຽບ​ການ​ພາສີ ​ແລະ ໜູນ​ຊ່ວຍ​ດ້ານ​ການ​ຄ້າ (CPTE) ​ໃນ​ສັນຍາ​ການ​ຄ້າ​ເສລີ​ອາ​ຊຽນ - ຈີນ (ACFTA). CPTE ຊ່ວຍ​ຫັນ​ບັນດາ​ລະບຽບ​ການ​ພາສີ​ເປັນ​ງ່າຍດາຍ ​ແລະ ກົມ​ກ່ຽວ, ​ສ້າງ​ຄວາມ​ໝັ້ນຄົງ​ໃນ​ການ​ຂໍ​ລະບຽບ​ການ​ດ້ານພາສີ​ລະຫວ່າງ​ອາ​ຊຽນ - ຈີນ.

ທີ່​ກອງ​ປະຊຸມ​ທາ​ບທາມ​ຄວາມ​ເຫັນກັບ​ລັດຖະມົນຕີ​ເສດຖະກິດ ສ​ເກົາຫຼີ (AEM – ROK ຄັ້ງ​ທີ 12), ບັນດາລັດຖະມົນຕີ​ຊົມ​ເຊີຍ​ເລື່ອງປະຕິບັດ​ສຳ​ເລັດ ​ແລະ ລົງ​ນາມ​ໃນ​ອະນຸ​ສັນຍາ​ສະບັບ​ປັບປຸງ​ທີ 3 ກັບ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ອາ​ຊຽນ ​ແລະ ສ​ເກົາຫຼີ (AKFTA).

ທີ່​ກອງ​ປະຊຸມ​ທາ​ບທາມ​ຄວາມ​ເຫັນກັບ​ລັດຖະມົນຕີ​ເສດຖະກິດ, ການ​ຄ້າ ​ແລະ ອຸດສາຫະກຳ​ຍີ່ປຸ່ນ (AEM – METI ຄັ້ງ​ທີ 21). ບັນດາລັດຖະມົນຕີ​​ເຫັນ​ດີ​ຕໍ່​ຖະ​ແຫຼ​ງການ​ຂັ້ນ​ລັດຖະມົນຕີ​ກ່ຽວ​ກັບ​ການ​ປະຕິບັດ​ສັນຍາ​ເສດຖະກິດ​ຮອບດ້ານ ອາ​ຊຽນ - ຍີ່ປຸ່ນ (AJCEP) ​ເຊິ່ງຈະ​ຍົກ​ອອກ​ໃນ​ທ້າຍ​ປີ 2015.

ທີ່​ກອງ​ປະຊຸມ​ທາ​ບທາມ​ຄວາມ​ເຫັນ​ກັບ​ລັດຖະມົນຕີ​ເສດຖະກິດຈີນ, ສ​ເກົາຫຼີ, ຍີ່ປຸ່ນ (AEM+3 ຄັ້ງ​ທີ 18). ບັນດາ ລັດຖະມົນຕີ​​ເຫັນ​ດີ​ຄວນ​ເພີ່ມ​ທະວີ​ການ​ແລກປ່ຽນ ​ແລະ ສົມທົບ​ກັນ​ລະຫວ່າງ​ສາມ​ໃຈກາງ​ໃນ​ການ​ສ້າງ​ຄວາມ​ສະ​ດວກ ​ແລະ ​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ອາ​ຊຽນ +3 ກໍ່​ຄື​ກັບ​ບັນດາ​ຄູ່​ຮ່ວມ​ມື​ເຈລະຈາ​ອື່ນໆ​ຂອງ​ອາ​ຊຽນ.

ທີ່​ກອງ​ປະຊຸມ​ທາ​ບທາມ​ຄວາມ​ເຫັນ​ກັບລັດຖະມົນຕີ​ເສດຖະກິດອົດ​ສະ​ຕາ​ລີ ​ແລະ ນິວຊີ​ແລນ (AEM-CER ຄັ້ງ​ທີ 20, ບັນດາ​ລັດຖະມົນຕີ​ຊົມ​ເຊີຍ​ການ​ປະຕິບັດ​ສັນຍາ​ສ້າງ​ເຂດ​ການ​ຄ້າ​ເສລີ​ອາ​ຊຽນ - ອົດ​ສະຕາລີ - ນິວຊີ​ແລນ (AANZFTA), ​ເຊິ່ງ​ເລີ່​ມມີ​ຜົນ​ສັກສິດ​ນັບ​ແຕ່​ເດືອນ 1/2010.

ທີ່​ກອງ​ປະຊຸມ​ທາ​ບທາມ​ຄວາມ​ເຫັນ​ລະຫວ່າງ​ລັດຖະມົນຕີ​ເສດຖະກິດອິນ​ເດຍ ​ແລະ ສະພາ​ເສດຖະກິດ​ອາ​ຊຽນ - ອິນ​ເດຍ (AEM - ອິນ​ເດຍ ຄັ້ງ​ທີ 12), ບັນດາ​ລັດຖະມົນຕີ​ຊົມ​ເຊີຍ​ການ​ປະຕິ​ສັດ​ສັນຍາ​ການ​ຄ້າ​ການ​ບໍລິການ ​ແລະ ການ​ລົງທຶນ​ອາ​ຊຽນ - ອິນ​ເດຍ ກັບ ບຣູ​ໄນ, ມາ​ເລ​ເຊຍ, ສິງ​ຄະ​ໂປ, ​ໄທ, ຫວຽດນາມ ​ແລະ ອິນ​ເດຍ, ພ້ອມ​ທັງ​ຮຽກຮ້ອງ​ເຊັນ​ອະນຸມັດ​ສັນຍາ​ສອງ​ສະບັບ​ນີ້​ກັບ​ບັນດາ​ປະ​ເທດ​ສະມາຊິກ​ທີ່​ຍັງ​ເຫຼືອ​ໃນ​ອາ​ຊຽນ ​ໂດຍ​ໄວ.

ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ຫງວຽນ​ເກິມ​ຕູ໋ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ນີ້.

ຂ່າວ/ບົດ​ອື່ນ