ທ່ານພົນໂທໂງຊວນລິກ
(ພາບ:dangcongsan.vn)
(vovworld)- ວັນທີ 24/6, ຄະນະຜູ້ແທນຂັ້ນສູງກົມໃຫ່ຍການເມືອງກອງທັບ ປຊຊ ຫວຽດນາມ ໂດຍທ່ານພົນໂທໂງຊວນລິກ, ຫົວໜ້າກົມໃຫ່ຍການເມືອງກອງທັບ ປຊຊ ຫວຽດນາມ ນຳໜ້າ ໄດ້ໄປຢ້ຽມຢາມສັນທະວະໄມຕີ ສປປ ລາວຢ່າງເປັນທາງການ. ການຢ້ຽມຢາມ ແລະ ເຮັດວຽກຂອງຄະນະແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ມີຄວາມໝາຍສຳຄັນ, ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈຊື່ງກັນ ແລະ ກັນ, ປັບປຸງສາຍພົວພັນມິດຕະພາບ, ນ້ຳໃຈສາມັກຄີທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ປຊຊ ແລະ ກອງທັບສອງປະເທດຫວຽດນາມ-ລາວ.