ພາບປະກອບ
|
(vovworld) – ວັນທີ 27/3, ທີ່ສຳນັກງານສະພາແຫ່ງຊາດ, ກຳມາທິການຍຸຕິທຳຂອງສະພາແຫ່ງຊາດ ແລະ ກຳມາທິການວັດທະນະທຳ, ການສຶກສາ, ຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນຂອງສະພາແຫ່ງຊາດໄດ້ສົມທົບກັນຈັດຕັ້ງກອງປະຊຸມພິຈາລາລະນາປະຕິບັດບັນດາຂໍ້ກຳນົດຂອງກົດໝາຍກ່ຽວກັບການຕໍ່ສູ້ຕ້ານອາດຊະຍາກຳທຳຮ້າຍທາງເພດສຳລັບເດັກ. ທີ່ກອງປະຊຸມ, ບັນດາອົງການກ່ຽວຂ້ອງໄດ້ພິຈາລະນາເລື່ອງປະຕິບັດບັນດາຂໍ້ກຳນົດຂອງກົດໝາຍກ່ຽວກັບການຕໍ່ສູ້ປ້ອງກັນ, ຕ້ານອາຊະຍາກຳທຳຮ້າຍທາງເພດສຳລັບເດັກ ດ້ວຍຈຸດປະສົງຕີລາຄາຢ່າງພາວະວິໄສ ແລະ ຮອບດ້ານກ່ຽວກັບສະພາບຕົວຈິງ, ໃນການທຳຮ້າຍທາງເພດສຳລັບເດັກ; ກຳນົດຄວາມຮັບຜິດຊອບຂອງບັນດາອົງການ, ສຳນັກງານທີ່ກ່ຽວຂ້ອງ ແລະ ສະເໜີບັນດາມາດຕະການເພື່ອແນໃສ່ເພີ່ມທະວີມາດຕະການປົກປ້ອງ, ເບິ່ງແຍງດູແລເດັກນ້ອຍກ່ວາອີກ, ພິເສດແມ່ນປ້ອງກັນ, ຕ້ານອາດຊະຍາກຳທຳຮ້າຍທາງເພດສຳລັບເດັກ.