ເພີ່ມທະວີສາຍພົວພັນຮ່ວມມືລະຫວ່າງສອງສານປະຊາຊົນລາວ-ຫວຽດນາມ

(VOVWORLD) -ທ່ານເລຂາສູນກາງພັກກອມມູນິດຫວຽດນາມ, ປະທານສານປະຊາຊົນສູງສຸດຫວຽດນາມ ຫງວຽນຮ່ວາບິງ ພົບປະເຈລະຈາກັບທ່ານປະທານສານປະຊາຊົນສູງສຸດແຫ່ງ ສປປລາວ ຄຳພາ ແສງດາຣາ.
ເພີ່ມທະວີສາຍພົວພັນຮ່ວມມືລະຫວ່າງສອງສານປະຊາຊົນລາວ-ຫວຽດນາມ - ảnh 1ການພົບປະເຈລະຈາລະຫວ່າງສອງຝ່າຍ (ພາບ: congly.vn) 

ວັນທີ 15 ກໍລະກົດຢູ່ ນະຄອນຫຼວງຮ່າໂນ້ຍ, ທ່ານເລຂາສູນກາງພັກກອມມູນິດຫວຽດນາມ, ປະທານສານປະຊາຊົນສູງສຸດຫວຽດນາມ ຫງວຽນຮ່ວາບິງ ພົບປະເຈລະຈາກັບທ່ານປະທານສານປະຊາຊົນສູງສຸດແຫ່ງ ສປປລາວ ຄຳພາ ແສງດາຣາ ທີ່ກຳລັງຢ້ຽມຢາມຫວຽດນາມແຕ່ວັນທີ 14-17 ກໍລະກົດ. ໃນການພົບປະເຈລະຈາ, ສອງຝ່າຍເປັນເອກະພາບເພີ່ມທະວີການແລກປ່ຽນຈັດຕັ້ງບັນດາຊຸດຝຶກອົບຮົມວຽກງານວິຊາສະເພາະໄລຍະສັ້ນ ໃຫ້ແກ່ຜູ້ພິພາກສາແລະພະນັກງານສານປະຊາຊົນລາວ. ຊຸດຝຶກອົບຮົມວິຊາສະເພາະສຳຫຼັບຜູ້ພິພາກສາສານປະຊາຊົນລາວ 30 ຄົນ ຈະໄດ້ຈັດຕັ້ງປະຕິບັດແຕ່ວັນທີ 22 ກໍລະກົດເຖິງວັນທີ 16 ສິງຫາ 2019. ເພື່ອແນໃສ່ເພີ່ມທະວີນັ້ນ ການພົວພັນຮ່ວມມືລະຫວ່າງສອງປະເທດເວົ້າລວມແລະລະບົບສານສອງປະເທດເວົ້າສະເພາະກວ່າອີກ.ທ່ານປະທານສານປະຊາຊົນສູງສຸດລາວປາດຖະໜາວ່າ:ສານປະຊາຊົນທັງສອງປະເທດຈະສືບຕໍ່ເພີ່ມທະວີການແລກປ່ຽນບັນດາຄະນະປະຕິບັດງານ, ບຳລຸງສ້າງຜູ້ພິພາກສາ, ພະນັກງານສານປະຊາຊົນລາວໂດຍແນໃສ່ແບ່ງປັນບັນດາບົດຮຽນໃນການພິພາກສາ, ຄຸ້ມຄອງສານ, ປະຕິຮູບຄວາມຍຸຕິທຳ./.

ຕອບກັບ

ຂ່າວ/ບົດ​ອື່ນ