ເພື່ອນມິດສາກົນສືບຕໍ່ສະໜັບສະໜູນຫວຽດນາມ

ເພື່ອນມິດສາກົນສືບຕໍ່ສະໜັບສະໜູນຫວຽດນາມ - ảnh 1
(ພາບປະກອບ)

(vovworld) – ຕອນ​ບ່າຍ​ວັນ​ທີ 21/05, ມີ​ເພື່ອນ​ມິດ​ສາກົນ​ຢູ່​ ສະ​ວິດ ນັບ​ຮ້ອຍ​ຄົນ ທີ່​ນຳ​​ເອົາປ້າຍ​ຄຳ​ຂວັນ ​ແລະ ທຸງຊາດ​ຂອງ​ຫວຽດນາມ ​ໄດ້​ເຕົ້າ​ໂຮມ​ກັນຕໍ່​ໜ້າ​ສຳນັກງານ​ສະຫະ​ປະຊາ​ຊາດ​ຢູ່ ​ເຊີ​ແນວ, ​ເພື່ອສະ​ແດງອາລົມ​ຈິດ​ສຳລັບຫວຽດນາມ ​ແລະ ຄັດຄ້ານ​​ເລື່ອງຈີ​ນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ​ ​ແລະ ​​ເຂດ​​ໄຫຼ່​ທະວີ​ບຂອງ​ຫວຽດນາມ. ​ໃນ​ສານ​ຂອງ​ອົງການ​ສັນຕິພາບ​ໂລກ (IPB) ທີ່ມີ​ສຳນັກງານ​ຕັ້ງ​ຢູ່​ເຊີ​ແນວ, IPB ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ ຫວຽດນາມ ຈະປົກ​ປັກ​ຮັກສາ​ອະທິປະ​ໄຕ​​​ໄດ້ໂດຍ​ສັນຕິ​ວິທີ. ທ່ານ​ເລຂາທິການ​ໃຫຍ່ IPB Colin Archer ​ໃຫ້​ຮູ້​ວ່າ, ຍາມ​ໃດປະຊາ​ຄົມ​ໂລກກໍ່​ສະໜັບສະໜູນ​ຄວາມຍຸຕິ​ທຳ ​ແລະ ສັນຕິພາບ, ພ້ອມ​ກັນ​ມານະ​ພະຍາຍາມ​ເພື່ອ​ໃຫ້​ໂລກ​ປອດ​ສົງຄາມ. ບັນດາ​ບັນຫາຖົກ​ຖຽງກັນ​ກ່ຽວ​ກັບ​ອະທິປະ​ໄຕ ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ຕາມ​ກົດໝາຍ​ສາກົນ.

        ບໍ່​ພຽງ​ແຕ່​​ບັນດາ​ປະຊາຊົນ​ທີ່​ຮັກຫອມ​ສັນຕິພາບ​ຢູ່​ສະ​ວິດ ​ເທົ່າ​ນັ້ນ, ຫາກບັນດາ​ເພື່ອນ​ໜຸ່ມ​ທີ່​ມາ​ຈາກ ອີ​ຕາ​ລີ, ຝລັ່ງ, ອາ​ຟລິ​ກາ​… ກໍ່​ເຂົ້າ​ຮ່ວມ​ການ​ເດີນ​ຂະ​ບວນດ້ວຍ​ປ້າຍ​ຄຳ​ຂວັນ “ຂ້າ​ພະ​ເຈົ້າ​ຮັກ​ຫວຽດນາມ”, ຮຽກຮ້ອງ​​ໃຫ້ຈີນ​ ຕ້ອງ​ເຄົາ​ລົບ​ກົດໝາຍ​ສາກົນ, ຖອນ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ອອກ​ຈາກ​ເຂດ​ເສດຖະກິດ​ຈຳ​ເພາະ​ ​ແລະ ​​ເຂດ​​ໄຫຼ່​ທະວີ​ບຂອງ​ຫວຽດນາມ.

ຂ່າວ/ບົດ​ອື່ນ