ເລ​ຂາ​ທິ​ການ​ໃຫຍ່ NATO Mark Rutte ເຕື້ອງ​ເຖິງວິ​ທີ​ການສຳ​ຜັດ​ໃໝ່​ໃນ​ການ​ພົວ​ພັນກັບ ລັດ​ເຊຍ

(VOVWORLD) - ອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ມີເຈດຈຳນົງພັດທະນາວິທີການສຳຜັດໃໝ່ກ່ຽວກັບການພົວພັນທີ່ຍາວນານ ລະຫວ່າງ NATO ແລະ ລັດເຊຍ.
ເລ​ຂາ​ທິ​ການ​ໃຫຍ່ NATO Mark Rutte ເຕື້ອງ​ເຖິງວິ​ທີ​ການສຳ​ຜັດ​ໃໝ່​ໃນ​ການ​ພົວ​ພັນກັບ ລັດ​ເຊຍ - ảnh 1ທ່ານ Mark Rutte ເລຂາທິການໃຫຍ່ NATO (ພາບ:  Kyodo/TTXVN)

ນີ້ແມ່ນສານໂດຍທ່ານ Mark Rutte ເລຂາທິການໃຫຍ່ NATO ຍົກອອກມາໃນວັນທີ 17 ຕຸລາ, ກ່ອນກອງປະຊຸມບັນດາລັດຖະມົນຕີ ຂອງ ສຳພັນທະມິດການທະຫານທີ່ຍິ່ງໃຫຍ່ທີ່ສຸດໃນໂລກນີ້ ໄດ້ຈັດຂຶ້ນຢູ່ ບຣູກແຊນ, ແບນຊິກ, ໃນລະຫວ່າງ ວັນທີ 17 – 18 ຕຸລາ. ຕາມທ່ານ Rutte ແລ້ວ, ຕ້ອງມີວິທີ “ການສຳຜັດເທື່ອລະກ້າວ” ສຳລັບບັນຫາການພົວພັນລະຫວ່າງ NATO ແລະ ລັດເຊຍ, ພ້ອມທັງຕ້ອງໃສ່ໃຈວ່າ ສຳພັນທະມິດໃນປັດຈຸບັນ ພວມຕີລາຄາຄືນການພົວພັນທີ່ຍາວນານ ກັບ ລັດເຊຍ, ຕາມນັ້ນແລ້ວ ອາດກຳນົດທັດສະນະຍຸດທະສາດຂອງ NATO ໃນໄລຍະຈະມາເຖິງ. ທ່ານ Rutte ໃຫ້ຮູ້ວ່າ ຫົວຂໍ້ນີ້ຈະໄດ້ຮັບການປຶກສາຫາລືໃນປີນີ້ ແລະ ຢູ່ກອງປະຊຸມສຸດຍອດ NATO ປີ 2026.

ຕອບກັບ

ຂ່າວ/ບົດ​ອື່ນ