ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບກະສັດ ມາເລເຊຍ

ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບກະສັດ ມາເລເຊຍ - ảnh 1
ທ່ານ​​ເລຂາທິການ​ໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບ​ກະ​ສັດ ມາ​ເລ​ເຊຍ

(vovworld) – ວັນ​ທີ 6/9, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທີ່​ຮ່າ​ໂນ້ຍ, ທ່ານ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​​ໄດ້​ໃຫ້ການ​ຕ້ອນຮັບ​ກະສັດ ​ມາ​ເລ​ເຊຍ Apdul Halim Muadzam Shad ທີ່​ພວມ​​ຢ້ຽມຢາມ​ທາງ​ລັດຖະກິດ​ ຫວຽດນາມ. ທ່ານ​ເລຂາທິການ​​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຊົມ​ເຊີ​ຍການ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ ຫວຽດນາມ ຂອງ​ກະສັດ Apdul Halim Muadzam Shad  ​ແລະ ພະ​ມະ​ເຫ​ສີ ​ເນື່ອງ​ໃນ​ໂອກາດ 2 ປະ​ເທດ​ພວ​ມຜັນ​ຂະ​ຫຍາ​ຍການ​ເຄື່ອນ​ໄຫວ​ຕ່າງໆ​​ເພື່ອສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ. ທ່ານ​ເລຂາທິການ​ໃຫຍ່ ສະ​ແດງ​ຄວາມ​ເພິ​ງພໍ​ໃຈ​ກ່ຽວ​ກັບ​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ ​ແລະ ​ເຊື່ອ​ໝັ້ນ​ວ່າການ​ຢ້ຽມຢາມ​ຂອງ​ກະສັດ​ຄັ້ງ​ນີ້ ຈະ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ 2 ປະ​ເທດ. ທ່າ​ນ​ເລຂາທິການ​ໃຫຍ່ ສະ​ເໜີ​ໃຫ້ 2 ຝ່າຍ​ສືບ​ຕໍ່​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົ​ງ​ເຂດ​ຄື: ການ​ຄ້າ, ການ​ລົງທຶນ, ການ​ສຶກສາ, ວັດທະນະທຳ.​.​.​ ​ໃຫ້​ດີກ່ວາ​ອີກ, ພ້ອມ​ທັງ​ຢັ້ງຢືນ​ນະ​ໂຍບາຍ​​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດນາມ ​ແມ່ນ​ຖື​ເປັນ​ສຳຄັນ​ການ​ເພີ່ມ​ທະວີ, ​ເປີດ​ກ້ວາງ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ, ​ໃນ​ນັ້ນ​ມີ ມ​າ​ເລ​ເຊຍ, ນັບທັງ​ພື້ນຖານ 2 ຝ່າຍ ກໍ່​ຄື​ໃນ​ຂອບ​ເຂດ ອາ​ຊຽນ ​ແລະ ບັນດາ​ເວທີ​ປາ​ໄສ​ຮ່ວມ​ມື​ຫຼາຍ​ຝ່າຍ​ເພື່​ອຜົນ​ປະ​ໂຫຍ​ດຂອງ ປະຊາ​ຊົນ 2 ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ຂ່າວ/ບົດ​ອື່ນ