ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລະ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜິງ​ ເຂົ້າຂ່ຳນັບ​ສຸ​ສານ​​ ​ປະ​ທານ ໂຮ່​ຈີ​ມິນ

(VOVWORLD) -   ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ (ແຕ່ວັນທີ 14 – 15 ເມສາ), ຕອນເຊົ້າວັນທີ 15 ເມສາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ  ຈີນ ສີຈີ້ນຜິງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຈີນ ໄດ້ເຂົ້າຂ່ຳນັບສຸສານ, ວາງພວງມາລາໄວ້ອາໄລປະທານ ໂຮ່ຈີມິນ, ນັກວິລະຊົນປົດປ່ອຍຊາດ, ຜູ້ນຳປີຊາສາມາດຂອງພັກ ແລະ ປະຊາຊົນ ຫວຽດນາມ.
ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລະ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜິງ​ ເຂົ້າຂ່ຳນັບ​ສຸ​ສານ​​ ​ປະ​ທານ ໂຮ່​ຈີ​ມິນ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ  ຈີນ ສີຈີ້ນຜິງ  ວາງພວງມາລາໄວ້ອາໄລປະທານ ໂຮ່ຈີມິນ  (ພາບ: VOV)

ກໍໃນຕອນເຊົ້າຂອງວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ແລະ ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ເຂົ້າຮ່ວມລາຍການພົບປະແລກປ່ຽນມິດຕະພາບປະຊາຊົນສອງປະເທດ ຫວຽດນາມ - ຈີນ.

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລະ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜິງ​ ເຂົ້າຂ່ຳນັບ​ສຸ​ສານ​​ ​ປະ​ທານ ໂຮ່​ຈີ​ມິນ - ảnh 2ການນຳສອງປະເທດເຂົ້າຮ່ວມງານລາຍການພົບປະແລກປ່ຽນມິດຕະພາບປະຊາຊົນສອງປະເທດ ຫວຽດນາມ - ຈີນ (ພາບ: VOV)
 ກ່າວຄຳເຫັນໃນລາຍການ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັກວ່າ ໜຶ່ງໃນບັນດາທິດທາງຮ່ວມມືພື້ນຖານ, ສຳຄັນທີ່ສຸດຂອງການພົວພັນ ຫວຽດນາມ - ຈີນ ແມ່ນປັບປຸງພື້ນຖານສັງຄົມໃຫ້ໝັ້ນແກ່ນກວ່າ”, ເຊິ່ງຄົນລຸ້ນໜຸ່ມສອງປະເທດແມ່ນກຳລັງສວມບົດບາດເປັນແກ່ນສານ.
ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລະ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜິງ​ ເຂົ້າຂ່ຳນັບ​ສຸ​ສານ​​ ​ປະ​ທານ ໂຮ່​ຈີ​ມິນ - ảnh 3ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ລາຍການ (ພາບ: VOV)

        ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ຢັ້ງຢືນວ່າ ການສ້າງປະຊາຄົມພ້ອມກັນແບ່ງປັນອະນາຄົດ ຈີນ - ຫວຽດນາມ ມີຄວາມໝາຍຍຸດທະສາດ ສອດຄ່ອງກັບຜົນປະໂຫຍດລວມຂອງສອງປະເທດ; ພ້ອມທັງເນັ້ນໜັກວ່າ ຈີນ ພ້ອມແລ້ວທີ່ຈະພ້ອມກັບ ຫວຽດນາມ ຮັກສາການແລກປ່ຽນຍຸດທະສາດຂັ້ນສູງ, ປັບປຸງພື້ນຖານສັງຄົມໃຫ້ໝັ້ນແກ່ນ.

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລະ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜິງ​ ເຂົ້າຂ່ຳນັບ​ສຸ​ສານ​​ ​ປະ​ທານ ໂຮ່​ຈີ​ມິນ - ảnh 4ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ກ່າວຄຳເຫັນທີ່ລາຍການ (ພາບ: VOV)

        ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ປະກາດປຸກລະດົມໂຄງການ “ຂະບວນວິວັດຫວນຄືນປະຫວັດສາດ: ໂອກາດຄົ້ນຄວ້າ ແລະ ຮ່ຳຮຽນຂອງຊາວໜຸ່ມ”.

        ກ່ອນໜ້ານັ້ນ, ທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານປະທານປະເທດ ເລື່ອງເກື່ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ໄດ້ເຂົ້າຊົມລາຍການວາງສະແດງພາບຖ່າຍ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ.

         ແລະ ໃນຕອນເຊົ້າມື້ນີ້, ພາຍໃຕ້ການເປັນສັກຂີພິຍານຂອງທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານເລຂາທິການໃຫຍ່: ປະທານປະເທດຈີນ ສີຈີ້ນຜິງ, ສອງຝ່າຍໄດ້ປຸກລະດົມກົນໄກຮ່ວມມືເສັ້ນທາງລົດໄຟ ຫວຽດນາມ - ຈີນ.

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລະ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜິງ​ ເຂົ້າຂ່ຳນັບ​ສຸ​ສານ​​ ​ປະ​ທານ ໂຮ່​ຈີ​ມິນ - ảnh 5ຫວຽດນາມ ແລະ ຈີນ ລົງນາມໃນເອກະສານຮ່ວມມື 07 ສະບັບ  (ພາບ:TTXVN)

        ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີກະຊວງກໍ່ສ້າງ ຫວຽດນາມ ໄດ້ຕິດຕາມບັນດາການນຳພັກ, ລັດຖະບານ ຫວຽດນາມ ເຂົ້າຮ່ວມບັນດາເຫດການສຳຄັນ ແລະ ລົງນາມໃນເອກະສານຮ່ວມມື 07 ສະບັບ ໃນຂົງເຂດທາງລົດໄຟ ແລະ ທາງບົກກັບບັນດາຄູ່ຮ່ວມມື ຈີນ, ໃນນັ້ນ, ມີເອກະສານ 02 ສະບັບແມ່ນສົນທິສັນຍາສາກົນຂັ້ນລັດຖະບານ, ຂໍ້ຕົກລົງ 02 ສະບັບກ່ຽວກັບທຶນ ODA ລະຫວ່າງລັດຖະບານ 2 ປະເທດ ແລະ ຂໍ້ຕົກລົງຂັ້ນກະຊວງ 03 ສະບັບ.

ຕອບກັບ

ຂ່າວ/ບົດ​ອື່ນ