ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ປະ​ຊຸມ​ປຶກ​ສາ​ຫາ​ລື​ກະ​ກຽມ​ເຈ​ລະ​ຈາ​​ກ່ຽວ​ກັບພາ​ສີ ​ກັບ ອາ​ເມ​ລິ​ກາ

(VOVWORLD) - ຕອນເຊົ້າວັນທີ 22 ເມສາ, ຢູ່ສຳນັກງານລັດຖະບານ, ຮ່າໂນ້ຍ, ທ່ານນາຍົກລັດຖະບານ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມກັບບັນດາກະຊວງ, ຂະແໜງການເພື່ອຕີລາຄາສະພາບການ, ປຶກສາຫາລືມາດຕະການດັດປັບອັດຕາພາສີ, ຄ່າທຳນຽມສຳລັບສິນຄ້າສົ່ງອອກ, ນຳເຂົ້າ. 
ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ປະ​ຊຸມ​ປຶກ​ສາ​ຫາ​ລື​ກະ​ກຽມ​ເຈ​ລະ​ຈາ​​ກ່ຽວ​ກັບພາ​ສີ ​ກັບ ອາ​ເມ​ລິ​ກາ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ຮູ້ວ່າ ພາຍຫຼັງ ຖະແຫຼງປະກາດກ່ຽວກັບນະໂຍບາຍພາສີອາກອນຂອງ ອາເມລິກາ, ຫວຽດນາມ ໄດ້ມີຫຼາຍມາດຕະການຢ່າງທັນການ, ມີໄຫວພິບນັບທັງທາງດ້ານການເມືອງ, ການຕ່າງປະເທດ; ຫຼຸດຜ່ອນບັນດາປະເພດພາສີສຳລັບບາງປະເພດສິນຄ້າຂອງ ອາເມລິກາ ລົງເປັນ 0. ໄລ່ມາຮອດປັດຈຸບັນ, ມີບາງໂຄງການທີ່ ອາເມລິກາ ມີຄວາມສົນໃຈກໍໄດ້ແກ້ໄຂໃນຂອບເຂດຂອງກົດໝາຍ ແລະ ຂໍ້ຕົກລົງລະຫວ່າງ 2 ປະເທດຕາມລຳດັບ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ປະ​ຊຸມ​ປຶກ​ສາ​ຫາ​ລື​ກະ​ກຽມ​ເຈ​ລະ​ຈາ​​ກ່ຽວ​ກັບພາ​ສີ ​ກັບ ອາ​ເມ​ລິ​ກາ - ảnh 2ບັນຍາກາດຂອງກອງປະຊຸມ  (ພາບ: VOV)

ອາເມລິກາ ແລະ ຫວຽດນາມ ໄດ້ເປັນເຈົ້າການຊຸກຍູ້ບັນດາໂຄງການທີ່ມີຄວາມສົນໃຈ; ຄົ້ນຄວ້ານຳການຄ້າດຸ່ນດຽງຍືນຍົງ, ມີຜົນປະໂຫຍດໃຫ້ທັງ 2 ຝ່າຍ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ຕ້ອງມີໄຫວພິບ, ປະດິດຄິດສ້າງໃນການເຈລະຈາກັບຄູ່ຮ່ວມມື ອາເມລິກາ ໃນໄລຍະຈະມາເຖິງ:

“ໃກ້ຊິດຕິດແທດກັບຄຳຊີ້ນຳຂອງກົມການເມືອງ, ເລຂາທິການໃຫຍ່, ລັດຖະບານ, ນາຍົກລັດຖະມົນຕີສ້າງບັນດາແບບວິທີ; ທາບທາມຄຳຮຽກຮ້ອງຂອງຝ່າຍ ອາເມລິກາ ເພື່ອສ້າງແບບວິທີ; ກຳນົດການເຈລະຈາແມ່ນມາດຕະການສຳຄັນ, ແກ່ນສານເພື່ອຊຸກຍູ້ຄວາມດຸ່ນດ່ຽງການຄ້າກັບ ອາເມລິກາ ແບບຍືນຍົງ, ຍາວນານ. ແນ່ນອນວ່າບໍ່ສົ່ງຜົນກະທົບຕໍ່ບັນດາຂໍ້ຕົກລົງສາກົນທີ່ໄດ້ກຳນົດທິດ, ລົງນາມແລ້ວ, ບໍ່ໃຫ້ວຽກງານນີ້ສົ່ງຜົນກະທົບຕໍ່ວຽກງານອື່ນ; ກຳແໜ້ນ, ກຳນົດຄຳຮຽກຮ້ອງ, ຈຸດປະສົບຢ່າງຈະແຈ້ງ ແລະ ມີມາດຕະການເໝາະສົມເພື່ອໃຫ້ສອງຝ່າຍລ້ວນແຕ່ໄດ້ຮັບຜົນປະໂຫຍດ, ດ້ວຍຈິດໃຈ “ຜົນປະໂຫຍດກົມກ່ຽວ, ຄວາມສ່ຽງແບ່ງປັນ”, ກະກຽມບັນດາແບບວິທີ, ແຜນການເໝາະສົມດ້ວຍນ້ຳໃຈ, ສອດຄ່ອງກັບເງື່ອນໄຂສະພາບການຂອງພວກເຮົາໃນປັດຈຸບັນ ແລະ ທ່າອ່ຽງຂອງໂລກ”.

ຕອບກັບ

ຂ່າວ/ບົດ​ອື່ນ