ອີຣານ ພ້ອມແລ້ວທີ່ຈະມີຂໍ້ຕົກລົງກັບ ອາເມລິກາ ຖ້າຫາກຜົນປະໂຫຍດແຫ່ງຊາດໄດ້ຮັບປະກັນ
(VOVWORLD) - ວັນທີ 21 ເມສາ, ທ່ານປະທານາທິບໍດີ ອີຣານ Masoud Pezeshkian ຖະແຫລງວ່າ ປະເທດ ສາທາລະນະລັດ ອິດສະລາມ ພ້ອມແລ້ວທີ່ຈະມີຂໍ້ຕົກລົງກັບ ອາເມລິກາ ໃນບັນດາການເຈລະຈາທາງອ້ອມທີ່ພວມດຳເນີນໄປ ດ້ວຍເງື່ອນໄຂທີ່ວ່າ ບັນດາຜົນປະໂຫຍດແຫ່ງຊາດຂອງ ເຕເຮຣານ ໄດ້ຮັບປະກັນ.
ທ່ານປະທານາທິບໍດີ ອີຣານ Masoud Pezeshkian. (ພາບ:IRNA/TTXVN) |
ກ່າວຄຳເຫັນທີ່ການຖະແຫລງຂ່າວຢູ່ ນະຄອນຫລວງ ເຕເຮຣານ, ປະທານາທິບໍດີ Pezeshkian ເນັ້ນຫນັກຢ່າງແຮງວ່າ ອີຣານ ຍັງຄົງ “ບໍ່ຫວັງແງ່ດີ ແລະ ກໍ່ບໍ່ຄິດເຖິງແງ່ບໍ່ດີ” ກ່ຽວກັບບັນດາການເຈລະຈາກັບ ອາເມລິກາ; ທ່ານຢັ້ງຢືນວ່າ ເຕເຮຣານ ບໍ່ຊອກຫາການປະທະກັນ ແຕ່ຈະຕ້ານຄືນໂດຍບໍ່ວ່າ “ກົນອຸບາຍກໍ່ຄວາມກົດດັນ”ໃດ;
ທີ່ການຖະແຫລງຂ່າວປະຈຳອາທິດ ຢູ່ ເຕເຮຣານໃນວັນທີ 21 ເມສາ, ໂຄສົກກະຊວງການຕ່າງປະເທດ ອີຣານ ທ່ານ Esmail Baqaei ໄດ້ຍົກໃຫ້ເຫັນຄຳຮຽກຮ້ອງຢ່າງສະເຫມີຕົ້ນສະເຫມີປາຍຂອງ ເຕເຮຣານ ກ່ຽວກັບການຍົກເລິກບັນດາມາດຕະການລົງໂທດຜິດກົດໝາຍຄື: ເປັນພື້ນຖານຂອງບັນດາການເຈລະຈານິວເຄຼຍ ໂດຍທາງອ້ອມກັບ ອາເມລິກາ.