ເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບນາຍົກລັດຖະມົນຕີນິວຊີແລນ

 ເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບນາຍົກລັດຖະມົນຕີນິວຊີແລນ - ảnh 1

(ທ່ານ​​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ
ຕ້ອນຮັບນາຍົກລັດຖະມົນຕີ ນິວຊີ​ແລນ John Key)

(vovworld) –  ຕອນ​ບ່າຍ​ວັນ​ທີ 16/11 ຢູ່​ຮ່າ​ໂນ້ຍ ທ່ານ​​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີ ນິວຊີ​ແລນ John Key ທີ່​ພວມ​ຢ້ຽມຢາມ ຫວຽດນາມ ​ຢ່າງ​ເປັນ​ທາງ​ການ. ທ່ານ​ນາຍົກລັດຖະມົນຕີ ນິວຊີ​ແລນ John Key ​ແຈ້ງ​ໃຫ້​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ​ ຊາບກ່ຽວ​ກັບ​ໝາກຜົນ​ອັນ​ດີງາມ​ຂອງ​ການ​​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ. ທ່ານ​ນາຍົກລັດຖະມົນຕີ ນິວຊີ​ແລນ John Key ຕີ​ລາຄາ​ສູງ​ທີ່​ຕັ້ງ​ບົດບາດ​ຂອງ ຫວຽດນາມ ຢູ່​ພາກ​ພື້ນ, ປາດ​ຖະໜາ​ຢາກ​ຊຸກຍູ້​ກາ​ນພົວພັນ​ມິດຕະພາບ ​ແລະ ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ຫລາຍ​ຂົງ​ເຂດ. ທ່ານ​ນາຍົກລັດຖະມົນຕີ ນິວຊີ​ແລນ John Key ​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຂອງການ​ເພີ່ມ​ທະວີ​ສະໜັບສະໜູ​ນ​ເຊິ່ງກັນ ​ແລະ ກັນ​ຢູ່​ພາກ​ພື້ນ, ສາກົນ ​ແລະ ຢູ່ ສປຊ.

        ສ່ວນທ່ານ​​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຢືນຢັນ​ແນວ​ທາງ​ການ​ຕ່າງປະ​ເທດສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ ​ແລະ ລັດ ຫວຽດນາມ, ລັດຖະບານ ຫວຽດນາມ ຍາມ​ໃດ​ກໍຖື​ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ​ເປັນ​ສຳຄັນ ​ໃນ​ນັ້ນ​ມີ ນິວຊີ​ແລນ.

 

 

ຂ່າວ/ບົດ​ອື່ນ