ເລຂາທິການໃຫຍ່ຫງວຽນຟຸ໋ຈ້ອງເລີ່ມຕົ້ນການຢ້ຽມຢາມສປ.ຈີນ ຢ່າງເປັນທາງການ

ເລຂາທິການໃຫຍ່ຫງວຽນຟຸ໋ຈ້ອງເລີ່ມຕົ້ນການຢ້ຽມຢາມສປ.ຈີນ ຢ່າງເປັນທາງການ - ảnh 1
ເລຂາທິການໃຫຍ່ຫງວຽນຟຸ໋ຈ້ອງເລີ່ມຕົ້ນການຢ້ຽມຢາມສປ.ຈີນ ຢ່າງເປັນທາງການ - ảnh 2ເລຂາທິການໃຫຍ່ຫງວຽນຟຸ໋ຈ້ອງເລີ່ມຕົ້ນການຢ້ຽມຢາມສປ.ຈີນ ຢ່າງເປັນທາງການ - ảnh 3ການ​ຕ້ອນ​ຮັບທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟຸ໋ຈ້ອງ ຢູ່​ສະ​ໜາມ​ບິນ
(ພາບ: nguyenphutrong.net)

(vovworld) - ​​    ​ໃນ 13​ ໂມງ 15 ນາທີຕາມ​ເວລາ​ປັກ​ກິ​ງ ( ກົງ​ກັບ 12 ​ໂມງ 15 ນາທີ ຕາມ​ເວລາ​ຫວຽດນາມ) ຂອງວັນ​ທີ 7/4,​ ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸ໋ຈ້ອງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​​ໄປ​ຮອດ​ ປັກ​ກິ​ງ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ສປ.ຈີນ ຢ່າງ​ເປັນ​ທາງ​ການ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດຈີນ ສື​ຈິ້ນ​ຜິ​ງ. ອອກຕ້ອນຮັບ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸ໋ຈ້ອງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽ​ດນາມ ຢູ່​ສະໜາມ​ບິນ​ສາກົນ​ປັກ​ກິ​ງ ມີ​ທ່ານ​ຮອງ​ປະທານສະພາ​ປຶກສາ​ການ​ເມືອງ​ ​ແຫ່ງ​ຊາດ​ຈີນ, ຫົວໜ້າ​ຄະນະ​ຕິດ​ຕໍ່​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ຫວ໋າງ​ຈາ​ຣວຍ. ທ່ານ​ເອກ​ອັກຄະ​ລັດຖະທູດ​ຈີນ ປະຈຳ​ ຫວຽດນາມ ຄຸ້ງ​ແຊວ​ຢູງ ພ້ອມ​ກັບ​ບັນດາ​ພະນັກງານ​ຄະນະ​ຕິດ​ຕໍ່​ພົວພັນ​​ຕ່າງປະ​ເທດສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ແລະ ​ເຈົ້າ​ໜ້າ​ທີ່​ກະຊວງການ​ຕ່າງປະ​ເທດ​ຈີ​ນ. ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ຈີນ ຫງວຽນ​ວັນ​ເທີ ພ້ອມ​ກັບ​ພະນັກງານ, ນັກ​ສຶກສາ​ຫວຽດນາມ ທີ່​ພວມ​ຮຳ່ຮຽນ​ຢູ່​ ຈີນ​ ເປັນ​ຈຳນວນ​ຫຼວງ​ຫຼາຍ​ໄດ້​ມີໜ້າ​ຢູ່ສະໜາມ​ບິນ,​ ຂຳ່ນັບ​ຮັບ​ຕ້ອນ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸ໋ຈ້ອງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ.

      ພິທີ​ຕ້ອນຮັບ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸ໋ຈ້ອງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ຢ່າງ​ເປັນ​ທາງ​ການ ​ໄດ້​ຈັດ​ຕັ້ງ​ໃນ​ຕອນ​ບ່າຍ​ວັນ​ທີ 7/4, ຢູ່ຫໍ​ປະຊຸມ​ໃຫຍ່​ທີ່​ນະຄອນຫຼວງ​ປັກ​ກິ​ງ, ຕາມ​ພິທີ​ສູງ​ສຸດ​ທີ່​ສະຫງວນ​ໃຫ້​ປະມຸກ​ລັດ.​   ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ,ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸ໋ຈ້ອງ ໄດ້​ມີ​ການ​ເຈ​ລະ​ຈາ​ກັບ​​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດຈີນ ສື​ຈິ້ນ​ຜິ​ງ. ກ່າວ​ຄຳ​ເຫັນ​ທີ່​ການ​ເຈ​ລະ​ຈາ,ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ ​ພັກ​ກອມ​ມູ​ນິດຈີນ, ປະ​ທານ​ປະ​ເທດ​ຈີນ ສີ​ຈິນຜິງ ໃຫ້​ຮູ້​ວ່າ :      

  “ກ່ອນ​ອື່ນ​ໝົດ, ຂ້າ​ພະ​ເຈົ້າ​ຊົມ​ເຊີຍທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ​ພ້ອມ​ດ້ວຍ​ຄະ​ນະ​ໄດ້​ມາ​ຢ້ຽມ​ຢາມ​ຈີນ. ຈີນ​ມີ​ຄວາມ​ຫວັງ​ພ້ອມ​ກັບ​ຫວຽດ​ນາມ​ມາ​ນະ​ພະ​ຍາ​ຍາມ, ສືບ​ຕໍ່​ປະ​ຕິ​ບັດ​ທິດ​ນຳ​ທີ່​ການ​ນຳ 2 ປະ​ເທດ​ໄດ້​ຕົກ​ລົງ​ກັນ​ເພື່ອນ​ຳ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ພ​ັດ​ທະ​ນາ​ຕາມ​ຄວາມ​ຫວັງ, ຍູ້​ແຮງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ໃຫ້​ພັດ​ທະ​ນາ​ເປັນ​ປັກ​ກະ​ຕິ, ໝັ້ນ​ຄົງ​ຍາວ​ນານ. ”

ສ່ວນທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ​ເນັ້ນ​ໜັກ​ວ່າ :

​“ກ່ອນ​ອື່ນ​ໝົດ​ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ ​ພັກ​ກອມ​ມູ​ນິດຈີນ, ປະ​ທານ​ປະ​ເທດ​ຈີນ ສີ​ຈິນຜິງ ທີ່​ໄດ້​ເຊີນ​ຂ້າ​ພະ​ເຈົ້າ​ພ້ອມ​ດ້ວຍ​ຄະ​ນະ​ມາ​ຢ້ຽມ​ຢາມ​ຈີນ ແລະ ໄດ້​ໃຫ້​ການ​ຕ້ອນ​ຮັບ​ພວກ​ຂ້າ​ພະ​ເຈົ້າ​ຢ່າງ​ສົມ​ກຽດ ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ສາ​ມັກ​ຄີ​ອ້າຍ​ນ້ອງ. ຂ້າ​ພະ​ເຈົ້າ​ພາກ​ພູມ​ໃຈ​ທີ່​ໄດ້​ມາ​ຢ້ຽມ​ຢາມຈີນ​ອີກ​ຄັ້ງ​ໜຶ່ງ, ໄດ້​ເຫັນ​ປະ​ຈັກ​ຕາ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຈີນ​ທີ່​ສວຍ​ງາມ ແລະ ຄວາມ​ມ່ວນ​ຊື່ນ, ປະ​ເອີບ​ໃຈ​ຂອງ​ປະ​ຊາ​ຊົນ​ຈີນ”

 


ຂ່າວ/ບົດ​ອື່ນ