ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ
|
(vovworld) – ໜ້າທີ່ຈຸດສຸມໃນປີ 2015 ແມ່ນປະຕິບັດວຽກງານກໍ່ສ້າງພັກເປັນຢ່າງດີ - ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ຢັ້ງຢືນສິ່ງດັ່ງກ່າວໃນການຕອບສຳພາດຕໍ່ນັກຂ່າວ VOV ກ່ຽວກັບສະພາບການພັດທະນາປະເທດຊາດ, ກໍ່ສ້າງພັກ, ປັບປຸງພັກ, ເນື່ອງໃນໂອກາດລະດູບານໃໝ່ປີມະແມ 2015. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢັ້ງຢືນວ່າ: "ໃນປີ 2014, ຫວຽດນາມ ສ້າງໄດ້ບັນດາຂີດໝາຍອັນດີງາມ, ໃນນັ້ນການເຕີບໂຕເສດຖະກິດບັນລຸເກືອບ 6%, ເສດຖະກິດມະຫາພາກເປັນປົກກະຕິພໍສົມຄວນ. ຫວຽດນາມ ກໍ່ແກ້ໄຂບັນຫາທະເລຕາເວັນອອກເປັນຢ່າງດີ, ຮັກສາເອກະລາດ, ອະທິປະໄຕ, ສັນຕິພາບ, ເປັນປົກກະຕິເພື່ອສ້າງສາ ແລະ ພັດທະນາປະເທດຊາດ, ປະຕິບັດວຽກງານກໍ່ສ້າງພັກ ແລະ ການເຄື່ອນໄຫວພົວພັນຕ່າງປະເທດທີ່ຟົດຟື້ນໄດ້ເຮັດໃຫ້ອິດທິພົນຊື່ສຽງ, ທີ່ຕັ້ງບົດບາດຂອງ ຫວຽດນາມ ໃນເວທີສາກົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ"
ຕາມທ່ານເລຂາທິການໃຫຍ່ແລ້ວ, ປີ 2015, ຫວຽດນາມ ຢື່ນຕໍ່ໜ້າບັນດາກາລະໂອກາດ, ກໍ່ຄືຄວາມຫຍຸ້ງຍາກ, ການທ້າທາຍຫຼາຍຢ່າງ. ທ່ານເລຂາທິການໃຫຍ່ ຊີ້ແຈ້ງວ່າ:
“ອາດເວົ້າໄດ້ວ່າ, ໜຶ່ງໃນບັນດາໜ້າທີ່ຈຸດສຸມໃນປີ 2015 ແມ່ນຕ້ອງປະຕິບັດວຽກງານກໍ່ສ້າງພັກ ຕິດພັນກັບວຽກງານກະກຽມຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ, ມຸ່ງໄປເຖິງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 12 ຂອງພັກເປັນຢ່າງດີ, ດ້ວຍຈຸດໝາຍເຮັດແນວໃດໃຫ້ກອງປະຊຸມໃຫຍ່ຂອງພັກບັນລຸຜົນສຳເລັດຢ່າງຈົບງາມ, ນັບທັງດ້ານເນື້ອໃນກໍຄືກ່ຽວກັບວຽກງານບຸກຄະລາກອນທີ່ໄດ້ຮັບການເລືອກຕັ້ງ, ມີຄຸນນະພາບ, ຮັບປະກັນມາດຖານ, ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງໄລຍະໃໝ່ນີ້.”