ເລີ່ມຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ-ອາເມລິກາ

(VOVWORLD) -ທ່ານເອກອັກຄະລັດຖະທູດ ຮ່າກິມງອັກ ໄດ້ແບ່ງປັນບັນດາບາດກ້າວພັດທະນາທີ່ເປັນໜ້າປະທັບໃຈໃນການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ໃນໄລຍະ 25 ປີຜ່ານມາ

ເລີ່ມຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ-ອາເມລິກາ - ảnh 1ທ່ານເອກອັກຄະລັດຖະທູດ ຮ່າກິມງອັກ ກ່າວຄຳເຫັນໄຂເຫດການ

(ພາບ: baoquocte.vn)

ຕອນບ່າຍວັນທີ 30 ມັງກອນ, ຢູ່ເຮືອນຫວຽດນາມ ຢູ່ນະຄອນຫຼວງວໍຊິງຕັນ, ປະເທດອາເມລິກາ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລະກາ ຮ່າກິມງອັກ ແລະ ທ່ານ David Stilwell, ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດອາເມລິກາ ໄດ້ເປັນປະທານພິທີເລີ່ມເຄື່ອນໄຫວສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ອາເມລິກາ (1995 – 2020).

          ກ່າວຄຳເຫັນໄຂເຫດການ, ທ່ານເອກອັກຄະລັດຖະທູດ ຮ່າກິມງອັກ ໄດ້ແບ່ງປັນບັນດາບາດກ້າວພັດທະນາທີ່ເປັນໜ້າປະທັບໃຈໃນການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ໃນໄລຍະ 25 ປີຜ່ານມາ, ພິເສດແມ່ນການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຍົກສູງກຳລັງຄວາມສາມາດໃນການການປະຕິບັດກົດໝາຍຢູ່ທະເລ… ກ່ຽວກັບການພົວພັນຫຼາຍຝ່າຍ, 2 ປະເທດໄດ້ແບ່ງປັນຜົນປະໂຫຍດຍຸດທະສາດໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ການຮ່ວມມື ແລະ ຄວາມເປັນລະບຽບຮຽບຮ້ອຍໂດຍອີງໃສ່ກົດໝາຍຢູ່ພາກພື້ນອາຊີ - ມະຫາສະມຸດອິນເດຍ - ປາຊີຟິກ, ໃນນັ້ນມີບັນດາບັນຫາທະເລຕາເວັນອອກ, ແມ່ນ້ຳຂອງ, ສປປ.ເກົາຫຼີ ຫຼື ສົມທົບກັນຢູ່ບັນດາເວທີປາໄສອາຊຽນ, ເວທີປາໄສຮ່ວມມີເສດຖະກິດອາຊີ - ປາຊີຟິກ…

          ໃນບົດກ່າວປາໄສຂອງຕົນ, ທ່ານ David Stilwell, ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດອາເມລິກາ ໄດ້ເນັ້ນໜັກວ່າ, ການພົວພັນຄູ່ຮ່ວມມື ແລະ ນ້ຳໃຈມິດຕະພາບລະຫວ່າງ 2 ປະເທດ ໄດ້ຮັບການສ້າງຕັ້ງຜ່ານບັນດາຄວາມມານະພະຍາຍາມລວມນັ້ນ ແລະ ໃນປະຈຸບັນ ການພົວພັນໃນທຸກໆຂົງເຂດລະຫວ່າງອາເມລິກາ ແລະ ຫວຽດນາມ ພວມດີງາມທີ່ສຸດ ແລະ ສືບຕໍ່ໄດ້ຮັບການປັບປຸງ.

ຕອບກັບ

ຂ່າວ/ບົດ​ອື່ນ