ເລີ່ມລົງມືກໍ່ສ້າງບ້ານມິດຕະພາບຊາວໜຸ່ມ ເຂດຊາຍແດນຫວຽດນາມ-ລາວ

ເລີ່ມລົງມືກໍ່ສ້າງບ້ານມິດຕະພາບຊາວໜຸ່ມ ເຂດຊາຍແດນຫວຽດນາມ-ລາວ - ảnh 1

(ພາບ:.tienphong.vn)​

( vovworld ) – ຕອນ​ເຊົ້າວັນ​ທີ 22/8, ຢູ່​ບ້ານ​ຄຳ​ເກີດ ​ແຂວງ​ບໍລິ​ຄຳ​ໄຊ, ສູນ​ກາງ​ຄະນະຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ ​ໄດ້​ສົມທົບ​ກັບ​ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ ຈັດ​ພິທີເລີ່​ມລົງມື​ກໍ່ສ້າງ​ບ້ານ​ມິດຕະພາບ​ຊາວ​ໜຸ່ມ​ເຂດ​ຊາຍ​ແດນ​ຫວຽດນາມ-​ລາວ. ​ໂຄງການ​ດັ່ງກ່າວ​ໄດ້​ກໍ່ສ້າງ​ຢູ່​ເມືອງຄຳ​ເກີດ ​ແຂວງ​ບໍລິ​ຄຳ​ໄຊ, ຫ່າງ​ຈາກ​ນະຄອນຫຼວງ​ວຽງ​ຈັນ​ກ່ວາ 400 ກມ ​ໄປ​ທາງ​ທິດຕາ​ເວັນ​ອອກ​ສ່ຽງ​ໃຕ້​ດ້ວຍ​ຍອດ​ຈຳນວນ​ເງິນ​ລົງທຶນ​ຂອງ​ໂຄງການ​ແມ່ນ​ກ່ວາ 180 ຕື້​ດົ່ງ, ​ໃນ​ນັ້ນ, ທຶນ ODA ຫວຽດນາມ ຊ່ວຍ​ລາວ ​ແມ່ນ​ກ່ວາ 65 ຕື້​ດົ່ງ. ກ່າວ​ຄຳ​ເຫັນ​ທີ​ພິທີ, ການ​ນຳ​ຄະນະ​ຊາວ​ໜຸ່ມ​ສອງ​ປະ​ເທດ​ຢືນຢັນ​ວ່າ​ບ້ານ​ມິດຕະພາບ​ຊາວ​ໜຸ່ມ​ເຂດ​ຊາຍ​ແດນ​ຫວຽດນາມ-​ລາວ ​ແມ່ນ​ໂຄງການ​ສຳຄັນ, ​ແທດ​ຈິງ ​ເພື່ອ​ຂ່ຳນັບ​ຊົມ​ເຊີຍ​ປີ​ສາມັກຄີ​ມິດຕະພາບ​ຫວຽດນາມ-​ລາວ 2012 ​ເພື່ອ​ແນ​ໃສ່​ດຶງ​ດູດ​ຊາວ​ໜຸ່ມ ​ແລະ ຄອບຄົວ​ໜຸ່ມ​ຂອງ​ທ້ອງ​ຖິ່ນ​ມາ​ກໍ່​ຮ່າງ​ສ້າງ​ຕົ​ວ​ໃນ​ໄລຍະ​ຍາວ​ນານ. ​ໂດຍ​ຜ່ານ​ໂຄງການ, ຄະນະ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ ຈະ​ສະຫລຸບ ​ແລະ ທະວີຄູນ​ຮູບ​ແບບ​ຊາວ​ໜຸ່ມ​ເຂົ້າຮ່ວມ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ປະກອບສ່ວນ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ…

ຂ່າວ/ບົດ​ອື່ນ