ເວທີ​ປາ​ໄສ​ ທາ​ບ ທາມຄວາມ​ເຫັນ ກ່ຽວກັບການປະຕິ ບັດ​ສົນທິສັນຍາ​ສິດ​ທິມະນຸດ

ເວທີ​ປາ​ໄສ​ ທາ​ບ ທາມຄວາມ​ເຫັນ ກ່ຽວກັບການປະຕິ ບັດ​ສົນທິສັນຍາ​ສິດ​ທິມະນຸດ - ảnh 1

ລົບ​ລ້າງ​ບັນດາ​ການ​ປະພຶດ​ຕໍ່​ແມ່ຍິງ

(ພາບ:srd.org.vn)

( vovworld ) ເວທີ​ປາ​ໄສ​ທາ​ບທາມ​ຄວາມ​ເຫັນ ສະພາບ​ການ​ປະຕິບັດ​ສົນທິສັນຍາ​ກ່ຽວ​ກັບ​ສິດ​ທິມະນຸດ (CEDAW) ​ໂດຍ​ກະຊວງ​ແຮງ​ງານ ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ ສົມທົບ​ກັບ​ສະຫະ​ປະຊາ​ຊາດ​ປະຈຳ​ຫວຽດນາມ ຈັດ​ຂຶ້ນ​ເມື່ອ​ຕອນ​ເຊົ້າວັນ​ທີ 30/3 ຢູ່ Ha Noi. ທີ່​ເວທີ​ປາ​ໄສ, ທ່ານ Pham Minh Huan ຮອງລັດຖະມົນຕີກະຊວງ​ແຮງ​ງານ ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ ​ໃຫ້​ຮູ້​ວ່າ: ລັດຖະບານ​ຫວຽດນາມ ​ໄດ້​ມີ​ຄວາມ​ມານະ​ພະຍາຍາມ​ຫຼາຍ​ຢ່າງ​ ​ໃນ​ການ​ຊຸກຍູ້​ສິດສະ​ເໝີ​ພາບ​ລະຫວ່າງ​ຍິງ-​ຊາຍ, ​ເພີ່ມ​ສິດ​ໃຫ້​ແມ່ຍິງ​ໂດຍ​ຜ່ານ​ບັນດາ​ນະ​ໂຍບາຍ​ກົດໝາຍ ​ແລະ ​ບັນ​ດາ​ໂຄງການ​ກ່ຽວ​ກັບສິດສະ​ເໝີ​ພາບ​ລະຫວ່າງ​ຍິງ-​ຊາຍ​ແຫ່ງ​ຊາດ. ຫວຽດນາມ​ ມີ​ຄວາມ​ກ້າວໜ້າ​ຫຼາຍ​ຢ່າງ ​ໃນ​ການ​ແກ້​ໄຂ​ຄວາມ​ຜິດ​ໂຕນ​ທາງ​ເພດ​ໃນ​ການ​ສຶກສາ, ວຽກ​ເຮັດ​ງານ​ທຳ…​ແຕ່​​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຫວຽດນາມ ຍັງ​ຄົງ​ມີ​ການ​ທ້າ​ທາຍ​ຫຼາຍ​ຢ່າງ ​ໃນ​ການ​ປະຕິບັດສິດສະ​ເໝີ​ພາບ​ລະຫວ່າງ​ຍິງ-​ຊາຍ​ຄື: ຄວາມ​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ລະດັບ​ເງິນ​ເດືອນ, ທີ່​ຕັ້ງຂອງ​ແມ່ຍິງ​……ທ່ານ Pham Minh Huan ​ເວົ້າວ່າ: “​ເວທີ​ປາ​ໄສ ​ແມ່ນ​ໂອກາດ​ທີ່​ດີ​ໃຫ້​ແກ່​ຫວຽດນາມ ​ໃນ​ການ​ແບ່ງປັນ​ຂໍ້​ມູນ​ຂ່າວ ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ສົນທິສັນຍາ​ສາກົນ​ກ່ຽວ​ກັບ​ສິດທິ​ມະນຸດ​ເວົ້າລວມ, ພ້ອມ​ທັງ​ຮັບ​ຟັງ​ຄຳ​ເຫັນ​ປະກອບ​ຂອງ​ຜູ້​ຊ່ຽວຊານ​ກ່ຽວ​ກັບ​ວິທີ​ຜັນ​ຂະຫຍາຍ​ປະຕິບັດ​ສົນ​ທິສັນຍາ CEDAW ຢູ່ ຫວຽດນາມ. ປະກອບສ່ວນ​ເສີມ​ຂະຫຍາຍ​ຜົນງານ​ທີ່​ບັນລຸ​ໄດ້, ພ້ອມ​ທັງ​ຈຳກັດ ກ້າວ​ໄປ​ເຖິງ​ການລົບ​ລ້າງ​ທຸກໆ​ຮູບ​ການ​ປະພຶດ, ພິ​ເສດ ​ແມ່ນ​ສຳລັບ​ແມ່ຍິງ ​ແລະ​ເດັກ​ຍິງ

 

 


ຂ່າວ/ບົດ​ອື່ນ