ເວ​ທີ​ປາ​ໄສ​ສື່ມວນ​ຊົນ ອາ​ຊຽນ​ຄັ້ງ​ທີ 4

(VOVWORLD) -ວັນທີ 24 ພະຈິກ, ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສ ຂອງ ຫວຽດນາມ ຢູ່ບັນດາກອງປະຊຸມຂອງ ອາຊຽນ, ເຂົ້າຮ່ວມວາລະໂອ້ລົມສົນທະນາ ກັບ ປະທານອາຊຽນ 2020 ໃນຂອບເຂດເວທີປາໄສສື່ມວນຊົນ ອາຊຽນ (AMF) ຄັ້ງທີ 4. 
ເວ​ທີ​ປາ​ໄສ​ສື່ມວນ​ຊົນ ອາ​ຊຽນ​ຄັ້ງ​ທີ 4 - ảnh 1ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມວາລະໂອ້ລົມສົນທະນາ ກັບປະທານອາຊຽນ 2020  (ພາບ: dangcongsan.vn)

ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມນຕີ ກະຊວງການຕ່າງປະເທດຖືວ່າ: ບັນດາໝາກຜົນທີ່ບັນລຸໄດ້ໃນປີ ອາຊຽນ 2020 ໄດ້ສ້າງພື້ນຖານຢ່າງໝັ້ນແກ່ນໃຫ້ແກ່ການພັດທະນາອາຊຽນ ໃນໄລຍະຈະມາເຖິງ, ໄດ້ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຟື້ນຟູຂອງ ພາກພື້ນ. ທ່ານ ຫງວຽນກ໊ວກຢຸງ ກໍ່ໄດ້ຢ້ຳຄືນທັດສະນະຂອງ ອາຊຽນ ກ່ຽວກັບການຮັກສາສັນຕິພາບ, ຄວາມໝັ້ນຄົງ, ຄວາມເປັນກາງ ແລະ ສະຖຽນລະພາບຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ແລະ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ເຄົາລົບກົດໝາຍສາກົນ ແລະ ເດີນຕາມການສຳຜັດແບບດຸນດ່ຽງ ໃນການພົວພັນກັບບັນດາຄູ່ຮ່ວມມື.

 ບັນດາຜູ້ແທນຖືວ່າ ຊຸກຍູ້ການຮ່ວມສຳພັນເສດຖະກິດ ແລະ ການເຊື່ອມຕໍ່ພາກພື້ນແມ່ນໜຶ່ງໃນບັນດາໝາກຜົນທີ່ພົ້ນເດັ່ນໃນປີ ປະທານອາຊຽນ 2020 ຂອງ ຫວຽດນາມ. ເລື່ອງສິ້ນສຸດການເຈລະຈາ ແລະ ລົງນາມສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງຂອງ ອາຊຽນ ໃນການຊຸກຍູ້ລັດທິການຄ້າຫຼາຍຝ່າຍເປີດໂດຍອີງໃສ່ລະບຽບກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ