ເວທີປາໄສຮ່າໂນ້ຍ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຈະດຳເນີນໃນເດືອນພະຈິກ 2018

(VOVWORLD) -ວັນທີ 2 ກໍລະກົດ, ຢູ່ຮ່າໂນ້ຍ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ແລະ ກອງທຶນສຶກສາປະລິນຍາໂທ ສ.ເກົາຫຼີ (KFAS) ໄດ້ລົງນາມໃນຂໍ້ຕົກລົງ ກ່ຽວກັບການຮ່ວມມືຈັດຕັ້ງເວທີປາໄສ ຮ່າໂນ້ຍ ປີ 2018 ໃນລະຫວ່າງວັນທີ 8 – 10 ພະຈິກ.

ເວທີປາໄສຮ່າໂນ້ຍ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຈະດຳເນີນໃນເດືອນພະຈິກ 2018 - ảnh 1 ຜູ້ຕາງໜ້າມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ແລະ ກອງທຶນສຶກສາປະລິນຍາໂທ ສ.ເກົາຫຼີ ລົງນາມໃນຂໍ້ຕົກລົງ ກ່ຽວກັບການຮ່ວມມືຈັດຕັ້ງເວທີປາໄສ ຮ່າໂນ້ຍ ປີ 2018

(ພາບ: vnexpress.net)

ເວທີປາໄສມີຫົວຂໍ້ທີ່ວ່າ “ມຸ່ງໄປເຖິງການພັດທະນາແບບຍືນຍົງ - ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ເພື່ອຮັບປະກັນຄວາມໝັ້ນຄົງ ແລະ ປອດໄພ”. ໃນຂອບເຂດຂອງເວທີປາໄສ ຍັງມີສອງເຫດການ ຄື: ສົນທະນານະໂຍບາຍກ່ຽວກັບການຄຸ້ມຄອງແຫຼ່ງຊັບພະຍາກອນທຳມະຊາດຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ແລະ ການຫັນເປັນຕົວເມືອງ, ກໍ່ສ້າງ, ພັດທະນາເຂດທົ່ງພຽງແມ່ນ້ຳແດງ.

        ເວທີປາໄສ ຮ່າໂນ້ຍ ແມ່ນຂໍ້ລິເລີ່ມຂອງມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ເພື່ອແນໃສ່ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມຂອງທົ່ວໂລກ ໃນການປະຕິບັດບັນດາເນື້ອໃນ ເພື່ອເປົ້າໝາຍພັດທະນາແບບຍືນຍົງ ຜ່ານການສຶກສາຄົ້ນຄວ້າວິທະຍາສາດ, ເຕັກໂນໂລຢີ ແລະ ແລກປ່ຽນບົດຮຽນການສຶກສາສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ