ເວທີປາໄສເຄື່ອງໝາຍການຄ້າຫວຽດນາມ ປີ 2018

(VOVWORLD) -ໃນຂອບເຂດສັບປະດາເຄື່ອງໝາຍການຄ້າແຫ່ງຊາດປີ 2018, ຕອນເຊົ້າວັນທີ 20 ເມສາ, ເວທີປາໄສເຄື່ອງໝາຍການຄ້າຫວຽດນາມ ດ້ວຍຫົວຂໍ້ວ່າ “ເຄື່ອງໝາຍການຄ້າກັບການເຊື່ອມໂຍງ ແລະ ພັດທະນາການສົ່ງອອກແບບຍືນຍົງ” ໄດ້ດຳເນີນຢູ່ຮ່າໂນ້ຍ.

ເວທີປາໄສເຄື່ອງໝາຍການຄ້າຫວຽດນາມ ປີ 2018 - ảnh 1ເວທີປາໄສເຄື່ອງໝາຍການຄ້າຫວຽດນາມ ດ້ວຍຫົວຂໍ້ວ່າ

“ເຄື່ອງໝາຍການຄ້າກັບການເຊື່ອມໂຍງ ແລະ ພັດທະນາການສົ່ງອອກແບບຍືນຍົງ”

(ພາບ: TTXVN)

ເວທີປາໄສໄດ້ດຶງດູດວິສາຫະກິດ, ຜູ້ຕາງໜ້າບັນດາເຄື່ອງໝາຍການຄ້າຢູ່ພາຍໃນ ແລະ ຕ່າງປະເທດ, ບັນດານັກຊ່ຽວຊານດ້ານເຄື່ອງໝາຍການຄ້າເຂົ້າຮ່ວມເປັນຈຳນວນຫຼາຍ. ເຂົ້າຮ່ວມລາຍການ, ທ່ານ ຫວູບ໋າຟຸ໋, ຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳການຄ້າຫວຽດນາມ, ໃຫ້ຮູ້ວ່າ.

      “ເວທີປາໄສເຄື່ອງໝາຍການຄ້າຫວຽດນາມ ໄດ້ເຕົ້າໂຮມບັນດານັກປາຖະກະຖາຢູ່ພາຍໃນ ແລະ ຕ່າງປະເທດ ຊ່ວຍບັນດາວິສາຫະກິດຫວຽດນາມ ມີຄວາມຮູ້ ແລະ ບົດຮຽນຕົວຈິງກ່ຽວກັບການສ້າງເຄື່ອງໝາຍການຄ້າໃນໄລຍະເຊື່ອມໂຍງ ແລະ ພັດທະນາການສົ່ງອອກຕື່ມອີກ, ປະກອບສ່ວນເພີ່ມມູນຄ່າເພີ່ມໃຫ້ຜະລິດຕະພັນຂອງວິສາຫະກິດ. ຂ້າພະເຈົ້າເຊື່ອໝັ້ນວ່າ, ເວທີປາໄສແມ່ນກາລະໂອກາດທີ່ດີເພື່ອໃຫ້ບັນດາວິສາຫະກິດ, ນັກຄຸ້ມຄອງຕັ້ງໜ້າແລກປ່ຽນ, ເຮັດແຈ້ງຄວາມສຳຄັນຂອງເຄື່ອງໝາຍການຄ້າໃນວິວັດການເຊື່ອມໂຍງ ແລະ ພັດທະນາການສົ່ງອອກແບບຍືນຍົງ, ຜ່ານນັ້ນ ປະກອບສ່ວນສ້າງລາຍການເຄື່ອງໝາຍການຄ້າແຫ່ງຊາດໃນໄລຍະຈະມາເຖິງແບບຍືນຍົງ”.

ຕອບກັບ

ຂ່າວ/ບົດ​ອື່ນ