ເສດຖະກິດ ລັດເຊຍ ກັບຄືນສູ່ Top 10 ພື້ນຖານເສດຖະກິດໂລກ ໄລ່ຕາມ GDP

(VOVWORLD) - ບັນດານັກໄຈ້ແຍກຖືວ່າ ການກັບຄືນສູ່ Top 10 ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກຂອງ ລັດເຊຍ ແມ່ນຍ້ອນການຟື້ນຟູພາຍຫຼັງວິກິດການ ແລະ ຄວາມສາມາດຮັບມືກັບບັນດາເງື່ອນໄຂໃໝ່.

ອົງການສະຖິຕິ ລັດເຊຍ (Rosstat) ໄດ້ຮັບຮູ້ຍອດຜະລິດຕະພັນພາຍໃນ (GDP) ຂອງ ລັດເຊຍ ບັນລຸມູນຄ່າ 2.556 ຕື້ USD. ຕົວເລກດັ່ງກ່າວໄດ້ນຳປະເທດ ລັດເຊຍ ຈັດອັນດັບທີ 8 ໃນຕາຕະລາງບັນດາພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ.

ຕາມ Rosstat ແລ້ວ, ອາເມລິກາ ຍັງນຳໜ້າຕາຕະລາງດ້ວຍ 30.800 ຕື້ USD, ຈີນ ຢືນອັນດັບທີ 2 ດ້ວຍ 19.800 ຕື້ USD, ເຢຍລະມັນ ຢືນອັນດັບທີ 3 ດ້ວຍ 5.050 ຕື້ USD, ຍີ່ປຸ່ນ ຢືນອັນດັບທີ 4 ດ້ວຍ 4.400 ຕື້ USD…

ບັນດານັກໄຈ້ແຍກຖືວ່າ ການກັບຄືນສູ່ Top 10 ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກຂອງ ລັດເຊຍ ແມ່ນຍ້ອນການຟື້ນຟູພາຍຫຼັງວິກິດການ ແລະ ຄວາມສາມາດຮັບມືກັບບັນດາເງື່ອນໄຂໃໝ່. ສິ່ງທີ່ໜ້າສົນໃຈ, ການສະສົມຄຳຂອງ ລັດເຊຍ ໄດ້ເພີ່ມຂຶ້ນລະດັບສະຖິຕິເກືອບ 130 ຕື້ USD ໃນປີ 2025, ຈາກກວ່າ 195 ຕື້ USD ຂຶ້ນກວ່າ 326 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ