ເສດຖີເງິນຕື້Poroshenkoໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີຢູແກຼນຢ່າງເປັນທາງການ

ເສດຖີເງິນຕື້Poroshenkoໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີຢູແກຼນຢ່າງເປັນທາງການ - ảnh 1
ເສດຖີເງິນຕື້ Petro Poroshenko
(ພາບ: dantri.com.vn)

(vovworld) – ວັນ​ທີ 2/6, ຄະນະ​ກຳ​ມະ​ການ​ເລືອກ​ຕັ້ງ​ສູນ​ກາງຢູ​​ແກຼນ (SIC) ປະກາດໝາກຜົນ​ທາງ​ການການ​ເລືອກ​ຕັ້ງ​ປະທານາທິບໍດີ​ເມື່ອ​ວັນ​ທີ 25/5 ຜ່ານ​ມາ, ຕາມ​ນັ້ນ​ແລ້ວ, ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ Petro Poroshenko ຍາດ​ໄດ້​ໄຊຊະນະ​ດ້ວຍກ່ວາ​ 54% ຈຳນວນ​ບັດ​ສະໜັບສະໜູນ. ໝາກຜົນ​ທາງ​ການ​​ໂດຍ SIC ປະກາດ​ພາຍຫຼັງ​ການກວດ​ບັດ​ໃຫ້​ເຫັນ​ວ່າ​ທ່ານ Poroshenko ຍາດ​ໄດ້ 54,7% ຈຳນວນບັດ​ສະໜັບສະໜູນ, ສ່ວນທ່ານ​ນາງ​ອະດີດນາຍົກລັດຖະມົນຕີ Yulia Tymoshenko ຍາດ​ໄດ້ຈຳນວນ​ບັດ​ສະໜັບ​ໜູນພຽງ 12,81%. SIC ຈະ​ປະກາດໝາກຜົນ​ທາງ​ການ​ນີ້ຕໍ່​ສະພາ​ແຫ່ງ​ຊາດ​ຂອງ​ວາລະ​ປະຊຸມ​ຄົບ​ຄະນະ​ໃນ​ວັນດຽວ​ກັນ. ຜູ້​ຮັກສາ​ການ​ປະທານ​ສະພາ​​ແຫ່ງ​ຊາດ ຢູ​ແກຼນ, ທ່ານ Alexandr Turchinov ​ໃຫ້​ຮູ້​ວ່າ: ຈະ​ສະ​ເໜີ​ອົງການ​ນິຕິ​ບັນຍັດ​ປະ​ເທດ​ນີ້​ກຳນົດ​​ເວລາ​ຈັດ​ຕັ້ງ​ພິທີ​ສະບາ​ນຕົວ​ຮັບ​ດຳລົງ​ຕຳ​ແໜ່​ງປະທານາທິບໍດີ​ໃນ​ວັນ​ທີ 7/6 ຈະ​ມາ​ເຖິງ.


ຂ່າວ/ບົດ​ອື່ນ