ເສີນຂະຫຍາຍພູມປັນຍາ ແລະ ຈິດໃຈປະຈັນບານຂອງນັກສຶກສາ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິ່ງ ໄດ້ຕີລາຄາສູງຕໍ່ຜົນງານເຊິ່ງນັກສຶກສາຫວຽດນາມ ບັນລຸໄດ້ໃນໄລຍະ 75 ປີຜ່ານມາ.
ເສີນຂະຫຍາຍພູມປັນຍາ ແລະ ຈິດໃຈປະຈັນບານຂອງນັກສຶກສາ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິ່ງ, ກ່າວຄຳເຫັນທີ່ພິທີ
(ພາບ: TTXVN)

ວັນທີ 07 ມັງກອນ, ຢູ່ສະຖາບັນຊາວໜຸ່ມເຍົາວະຊົນຫວຽດນາມ (ຮ່າໂນ້ຍ), ສູນກາງສະມາຄົມນັກສຶກສາຫວຽດນາມ ໄດ້ຈັດລາຍການສະເຫຼີມສະຫຼອງ 71 ປີແຫ່ງວັນມູນເຊື້ອຂອງນັກຮຽນ, ນັກສຶກສາ ແລະ ສະມາຄົມນັກສຶກສາຫວຽດນາມ (09 ມັງກອນ 1950 – 09 ມັງກອນ 2021).

        ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິ່ງ ໄດ້ຕີລາຄາສູງຕໍ່ຜົນງານເຊິ່ງນັກສຶກສາຫວຽດນາມ ບັນລຸໄດ້ໃນໄລຍະ 75 ປີຜ່ານມາ. ພ້ອມທັງຢືນຢັນວ່າ, ຊາວໜຸ່ມເວົ້າລວມ, ນັກຮຽນ ແລະ ນັກສຶກສາເວົ້າສະເພາະແມ່ນອະນາຄົດຂອງແຕ່ລະປະເທດ, ແມ່ນກຳລັງຫຼັກແຫຼ່ງແກ່ນສານ, ປະຈັນບານເຂົ້າຮ່ວມການສ້າງສາ, ພັດທະນາ ແລະ ປົກປັກຮັກສາປະເທດຊາດ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ເນັ້ນໜັກວ່າ, ໃນໄລຍະທີ່ຈະມາເຖິງ, ສະມາຄົມນັກສຶກສາຫວຽດນາມ ຕ້ອງປ່ຽນແປງໃໝ່ທາງດ້ານເນື້ອໃນ ແລະ ວິທີການເຄື່ອນໄຫວຢ່າງບໍ່ຢຸດຢັ້ງ.

        “ຂ້າພະເຈົ້າຖືວ່າ, ສະພາບແວດລ້ອມແຫ່ງການສຶກສາທີ່ມາຈາກຂະບວນການຕ່າງໆຈະເປັນການປະກອບສ່ວນສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ເພື່ອຮັບໃຊ້ວິວັດທະນາການພັດທະນາຂອງປະເທດຊາດ. ໜ້າທີ່ທີ່ໄດ້ວາງອອກສຳລັບນັກສຶກສາ ແລະ ວຽກງານສະມາຄົມນັກສຶກສາແມ່ນສູງທີ່ສຸດ, ຮຽກຮ້ອງໃຫ້ນັກຮຽນ, ນັກສຶກສາ ຕ້ອງນຳໜ້າໃນການປະດິດຄິດສ້າງ, ປ່ຽນແປງໃໝ່. ຂ້າພະເຈົ້າເຊື່ອໝັ້ນວ່າ, ດ້ວຍເຈດຈຳນົງ, ມານະຈິດ, ຄວາມເກັ່ງກ້າສາມາດ, ຄວາມຂະຫຍັນຂັນແຂງຂອງໄວໜຸ່ມ, ນັກຮຽນ, ນັກສຶກສາກໍ່ຄືຂະບວນການນັກສຶກສາ ແລະ ສະມາຄົມນັກສຶກສາຫວຽດນາມ ຈະສືບຕໍ່ມີບາດກ້າວພັດທະນາໃຫ້ເໝາະສົມກັບຂອບຂະໜາດຂອງຊາດວິລະຊົນໃນຍຸກສະໄໝໂຮ່ຈີມິນ ທີ່ສະຫງ່າອົງອາດ”.

ຕອບກັບ

ຂ່າວ/ບົດ​ອື່ນ