ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈ​ຳ ອາ​ເມ​ລິ​ກາ ແລກ​ປ່ຽນ​ກັບ ​​ສະ​ມາ​ຊິກ​ສະ​ພາ​ຕ່ຳອາ​ເມ​ລິ​ກາ ກ່ຽວ​ກັບ​ບັນ​ດາ​ຂ​ົງ​ເຂດ​ການ​ຮ່ວມ​ມື​ລະ​ຫວ່າງ ຫ​ວຽດ​ນາມ - ອາ​ເມ​ລິ​ກາ

(VOVWORLD) -ທ່ານ Ted Yoho ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ການຜັນແປໄປໃນປັດຈຸບັນຢູ່ທະເລຕາເວັນອອກເມື່ອຈີນນຳກ່ຳປັ່ນສຳຫຼວດ ແລະ ບັນດາກ່ຳປັ່ນປົກປ້ອງເຂົ້າເຂດເສດຖະກິດຈຳເພາະຂອງ ຫວຽດນາມ
ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈ​ຳ ອາ​ເມ​ລິ​ກາ ແລກ​ປ່ຽນ​ກັບ ​​ສະ​ມາ​ຊິກ​ສະ​ພາ​ຕ່ຳອາ​ເມ​ລິ​ກາ ກ່ຽວ​ກັບ​ບັນ​ດາ​ຂ​ົງ​ເຂດ​ການ​ຮ່ວມ​ມື​ລະ​ຫວ່າງ ຫ​ວຽດ​ນາມ - ອາ​ເມ​ລິ​ກາ - ảnh 1ທ່ານ ຮ່າກິມງັອກ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ແລະ ທ່ານ Ted Yoho ສະມາຊິກສະພາຕ່ຳ ອາເມລິກາ 

ທີ່ການພົບປະຫວ່າງມໍ່ໆມານີ້ລະຫວ່າງ ທ່ານ ຮ່າກິມງັອກ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ແລະ ທ່ານ Ted Yoho ສະມາຊິກສະພາຕ່ຳ ອາເມລິກາ, ສະມາຊິກຂັ້ນສູງອະນຸກຳມະການອາຊີ - ປາຊີຟິກ, ກຳມາທິການການຕ່າງປະເທດ ສະພາຕ່ຳອາເມລິກາ ຢູ່ສຳນັກງານສະພາຕ່ຳ ອາເມລິກາ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບຫຼາຍຂົງເຂດການຮ່ວມມືຂອງການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ແລະ ບັນດາບັນຫາໃນພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານ ຮ່າກິມງັອກ ແລະ ທ່ານ Ted Yoho ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາບາດກ້າວພັດທະນາຢ່າງແຮງໃນທັງໝົດ 9 ເສົາຄ້ຳຂອງການພົວພັນຄູ່ຮ່ວມມືຮອບດ້ານ, ໃນນັ້ນມີດ້ານການເມືອງ, ການຕ່າງປະເທດ, ເສດຖະກິດ - ການຄ້າ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ… ແລະມີຄວາມປາດຖະໜາວ່າ ສອງປະເທດຈະມີການເຄື່ອນໄຫວອັນແທດຈິງຫຼາຍຢ່າງ ແລະ ຜົນງານໃໝ່ເພື່ອສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ໃນປີ 2020. ນອກຈາກນັ້ນ, ທ່ານ ຮ່າກິມງັອກ ແລະ ທ່ານ Ted Yoho ຍັງໄດ້ແລກປ່ຽນຢ່າງຈິງໃຈ ແລະ ເປີດອົກເປີດໃຈກ່ຽວກັບບັນຫາປະຊາທິປະໄຕ, ສິດທິມະນຸດ ແລະ ຖືວ່າທຸກຄວາມແຕກຕ່າງກັນອາດຈະໄດ້ຮັບການແກ້ໄຂຜ່ານການສົນທະນາຢ່າງສ້າງສັນ, ບົນຈິດໃຈຄວາມເຂົ້າອົກເຂົ້າໃຈ ແລະ ເຄົາລົບນັບຖືເຊິ່ງກັນແລະກັນ, ເຄົາລົບລະບອບການເມືອງ ແລະ ກົດໝາຍຂອງກັນ.

        ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານ Ted Yoho ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ການຜັນແປໄປໃນປັດຈຸບັນຢູ່ທະເລຕາເວັນອອກເມື່ອຈີນນຳກ່ຳປັ່ນສຳຫຼວດ ແລະ ບັນດາກ່ຳປັ່ນປົກປ້ອງເຂົ້າເຂດເສດຖະກິດຈຳເພາະຂອງ ຫວຽດນາມ, ລະເມີດສິດອຳນາດອະທິປະໄຕ ແລະ ສິດອຳນາດສານຂອງ ຫວຽດນາມ. ທ່ານ Ted Yoho ໄດ້ຄັດຄ້ານຢ່າງແຮງຕໍ່ບັນດາການກະທຳລະເມີດອຳນາດອະທິປະໄຕຂອງປະເທດແຄມຟັ່ງທະເລ, ທ້າທາຍກົດໝາຍສາກົນ, ລະເມີດສົນທິສັນຍາ ສປຊ ກ່ຽວກັບ ກົດໝາຍວ່າດ້ວຍທະເລ UNCLOS  1982, ຫັນເປັນການທະການຢູ່ບັນດາເກາະທຽມທີ່ໄດ້ສ້າງຂຶ້ນຜິດກົດໝາຍຢູ່ທະເລຕາເວັນອອກ, ນຳໃຊ້ບັນດາສະຖານທີ່ນັ້ນເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວ, ເຮັດໃຫ້ເສຍຄວາມໄວ້ເນື້ອເຊື່ອໃຈ, ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ, ນາບຂູູ່ຄວາມເສລີໃນ ການເດີນເຮືອ ແລະ ການບິນ, ສົ່ງຜົນສະທ້ອນເຖິງສັນຕິພາບ, ສະຖຽນລະພາບຂອງພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ