ເອກ​ອັກ​ຄ​ະ​ລັດ​ຖ​ະ​ທູດ​ຫົ​ວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈ​ຳ ສ​ປ​ຊ ເຂົ້າຢ້ຽມ ຂ່ຳນັບເອກ​ອັກ​ຄະ​ລັດ​ຖ​ະ​ທູດ, ​ຫົ​ວ​ໜ້າຄະ​ນະ​ຜູ້​ຕາງ​ໜ້າ ລາວ ແລະ ກ​ຳ​ປູ​ເຈຍ ຕາມພິທີການທູດ

(VOVWORLD) -ທ່ານເອກອັກຄະລັດຖະທູດ ດັ້ງຮ່ວັງຢ່າງ ໄດ້ມີການເຂົ້າຢ້ຽມຂ່ຳນັບ ແລະ ພົບປະກັບ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ລາວ ປະຈຳ ສປຊ ແລະ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ກຳປູເຈຍ ປະຈຳ ສປຊ.
ເອກ​ອັກ​ຄ​ະ​ລັດ​ຖ​ະ​ທູດ​ຫົ​ວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈ​ຳ ສ​ປ​ຊ ເຂົ້າຢ້ຽມ ຂ່ຳນັບເອກ​ອັກ​ຄະ​ລັດ​ຖ​ະ​ທູດ, ​ຫົ​ວ​ໜ້າຄະ​ນະ​ຜູ້​ຕາງ​ໜ້າ ລາວ ແລະ ກ​ຳ​ປູ​ເຈຍ ຕາມພິທີການທູດ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງຮ່ວັງຢ່າງ ພົບປະກັບ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ລາວ ປະຈຳ ສປຊ ອະນຸພາບ ວົງໜໍ່ແກ້ວ (ພາບ: baoquocte.vn)

ເລີ່ມຕົ້ນອາຍຸການເຮັດວຽກໃນຕຳແໜ່ງເປັນ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວັງຢ່າງ ໄດ້ມີການເຂົ້າຢ້ຽມຂ່ຳນັບ ແລະ ພົບປະກັບ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ລາວ ປະຈຳ ສປຊ ແລະ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ກຳປູເຈຍ ປະຈຳ ສປຊ.

     ທີ່ການພົບປະ, ເອກອັກຄະລັດຖະທູດ ລາວ ແລະ ກຳປູເຈຍ ໄດ້ຢັ້ງຢືນການຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອຢ່າງດີງາມລະຫວ່າງ ລາວ, ກຳປູເຈຍ ກັບ ຫວຽດນາມ, ເອກອັກຄະລັດຖະທູດ 2 ທ່ານກໍ່ສະແດງໃຫ້ເຫັນການກຽມພ້ອມຮ່ວມມືຢ່າງແໜ້ນແຟ້ນກັບ ທ່ານ, ເອກອັກຄະລັດຖະທູດ ດັ້ງຮ່ວັງຢ່າງ ໃນໄລຍະຈະມາເຖິງ.

ເອກ​ອັກ​ຄ​ະ​ລັດ​ຖ​ະ​ທູດ​ຫົ​ວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈ​ຳ ສ​ປ​ຊ ເຂົ້າຢ້ຽມ ຂ່ຳນັບເອກ​ອັກ​ຄະ​ລັດ​ຖ​ະ​ທູດ, ​ຫົ​ວ​ໜ້າຄະ​ນະ​ຜູ້​ຕາງ​ໜ້າ ລາວ ແລະ ກ​ຳ​ປູ​ເຈຍ ຕາມພິທີການທູດ - ảnh 2ທ່ານເອກອັກຄະລັດຖະທູດ ດັ້ງຮ່ວັງຢ່າງ ພົບປະກັບ ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ກຳປູເຈຍ ປະຈຳ ສປຊ Sovann Ke (ພາບ: baoquocte.vn)

ສ່ວນທ່ານ ເອກອັກຄະລັດຖະທູດ ດັ້ງຮວັ່ງຢ່າງ ສະເໜີໃຫ້ບັນດາປະເທດ ພ້ອມກັນຮ່ວມມື, ສົມທົບກັບ ຫວຽດນາມ ເພື່ອຊຸກຍູ້ບັນດາຄວາມສົນໃຈລວມຢູ່ ສປຊ, ປະກອບສ່ວນປັບປຸງການພົວພັນລະຫວ່າງ ຫວຽດນາມ, ລາວ ແລະ ກຳປູເຈຍ ກໍ່ຄືຊຸກຍູ້ບົດບາດຂອງ ອາຊຽນ ໃນເວທີປາໄສ ຫຼາຍຝ່າຍທົ່ວໂລກທີ່ສຳຄັນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ