ເອ​ຢິບ ສິ້ນ​ສຸດ ການເລືອກ​​ຕັ້ງ​ສະ​ພາ​ສູງ

(VOVWORLD) -ເວລາ 21 ໂມງ ໃນວັນທີ 12 ສິງຫາ, ຕາມ ເວລາທອ້ງຖິ່ນ, ບັນດາສະຖານທີ່ປ່ອນບັດເລືອກຕັ້ງສະພາສູງ ເອຢິບ ໄດ້ປິດປະຕູພາຍຫຼັງປ່ອນບັດເລືອກຕັ້ງມາໄດ້ 2 ມື້.
ເອ​ຢິບ ສິ້ນ​ສຸດ ການເລືອກ​​ຕັ້ງ​ສະ​ພາ​ສູງ - ảnh 1 ຜູ້ມີສິດເລືອກຕັ້ງ ເອຢິບ ໄປປ່ອນບັດເລືອກຕັ້ງ (ພາບ: VOV)

ທ່ານ Lasheen Ibrahim ປະທານອົງການເລືອກຕັ້ງແຫ່ງຊາດ ເອຢິບ ຖະແຫຼງວ່າ ການເລືອກຕັ້ງໄດ້ດຳເນີນຢ່າງສະດວກດີ, ບໍ່ມີການລະເມີດຫຼືເກີດບັນຫາໃຫຍ່ໃດສົ່ງຜົນສະທ້ອນເຖິງລັກສະນະຖືກຕ້ອງຕາມລະບຽບຂອງການເລືອກຕັ້ງ. ບໍ່ມີຄຳກ່າວຫາໃດທີ່ກ່ຽວຂ້ອງເຖິງວິວັດການເລືອກຕັ້ງຫຼືການລະເມີດຢູ່ສະຖານທິ່ປ່ອນບັດ.

ຕາມບັນດາບົດລາຍງານແລ້ວ, ຈຳນວນຜູ້ມີສິດເລືອກຕັ້ງນັບມື້ນັບເພີ່ມຂຶ້ນໃນໄລຍະສຸດທ້າຍຂອງການເລືອກຕັ້ງ ແລະ ຢູ່ໃນຄວາມເປັນລະບຽບຮຽບຮ້ອຍ, ໃສ່ຜ້າອັດປາກອັດດັງເພື່ອປ້ອງກັນຕ້ານໂລກລະບາດໂຄວິດ-19. ໃນການເລືອກຕັ້ງຄັ້ງນີ້, ຜູ້ມີສິດເລືອກຕັ້ງຈະເລືອກເອົາ 300 ຄົນ ໃນຈຳນວນ 787 ຄົນທີ່ອອກສະໝັກເລືອກຕັ້ງເຂົ້າໃນສະພາສູງ. ປະຊາຊົນ ເອຢິບ ປະມານ 63 ລ້ານຄົນມີເງື່ອນໃຂຄົບຖ້ວນໃນການປ່ອນບັດ. ຄາດຄະເນວ່າຜົນຂອງການເລືອກຕັ້ງຮອບທີ 1 ຈະໄດ້ປະກາດໃນວັນທີ 19 ສິງຫາ. ອາຍຸການສະພາສູງແມ່ນ 5 ປີ.

ງອກແທກ, ນັກຂ່າວ VOV ປະຈຳ ໄຄໂລ

ຕອບກັບ

ຂ່າວ/ບົດ​ອື່ນ