ເອ​ຢິບ​ຮຽກ​ຮ້ອງ​ໃຫ້ EU ສ້າງ​ກຳ​ລັງ​​ດັນ ​ບັງ​ຄັບໃຫ້​ຕວັກ​ກີ​ຕ້ອງຮັບ​ຊາວ​ອົບ​ພະ​ຍົບ 1500 ຄົນ​ຄືນ​ໃໝ່

(VOVWORLD) -ທ່ານ Mitarachi ຖືວ່າ ຕວັກກີ ຕ້ອງເພີ່ມທະວີບັນດາຄວາມມານະພະຍາຍາມໂດຍອີງໃສ່ຖະແຫຼງການຮ່ວມລະຫວ່າງ ປະເທດ ນີ້ ກັບ EU ໃຫ້ຫຼາຍກ່ວາອີກ. ທ່ານສະເໜີໃຫ້ Ankara ຍູ້ແຮງການສະກັດກັ້ນຄວາມມານະພະຍາຍາມຂ້າມຊາຍແດນຂອງຊາວອົບພະຍົບທີ່ໄປຍັງບັນດາປະເທດຂອງສະຫະພາບເອີລົບ.
ເອ​ຢິບ​ຮຽກ​ຮ້ອງ​ໃຫ້ EU ສ້າງ​ກຳ​ລັງ​​ດັນ ​ບັງ​ຄັບໃຫ້​ຕວັກ​ກີ​ຕ້ອງຮັບ​ຊາວ​ອົບ​ພະ​ຍົບ 1500 ຄົນ​ຄືນ​ໃໝ່ - ảnh 1ພາບ: Turkishminute

ວັນທີ 14 ມັງກອນ, ທ່ານ Mitarachi ລັດຖະມົນຕີກະຊວງອົບພະຍົບຕັ້ງຖິ່ນຖານ ເອຢິບ ໃຫ້ຮູ້ວ່າ ລັດຖະບານ ເອຢິບ ໄດ້ສົ່ງຄຳຮຽກຮ້ອງຕໍ່ຄະນະກຳມະການເອີລົບ, ອົງການບໍລິຫານຂອງ EU ແລະ ອົງການຊາຍແດນ Frontex ກ່ຽວກັບເລື່ອງສົ່ງຊາວຜູ້ອົບພະຍົບ 1500 ກັບ ຕວັກກີ ຄືນໃໝ່.

        ຕາມຖະແຫຼງການຮ່ວມ ລະຫວ່າງ EU  - ຕວັກກີ ເມື່ອປີ 2016 ແລ້ວ, ເພື່ອສະກັດກັ້ນກະແສອົບພະຍົບໄປຍັງເອີລົບ, Ankara ໄດ້ໃຫ້ຄຳໝັ້ນສັນຍາ ສະກັດກັ້ນ ແລະ ຮັບຊາວອົບພະຍົບຄືນໃໝ່ ເພື່ອແລກເອົາເລື່ອງໄດ້ເງິນອຸປະຖຳຫຼາຍຕື້ ເອີໂຣ. ເຖິງຢ່າງໃດກໍ່ຕາມ, ແຕ່ດົນນານມາແລ້ວ Ankara ໄດ້ກ່າວຫາ EU ວ່າບໍ່ປະຕິບັດໄດ້ຂໍ້ຕົກລົງນີ້ ໃນຂະນະທີ່ ຕວັກກີ ສືບຕໍ່ຮັບຜູ້ລີ້ໄພຊີຣີ ກ່ວາ 3,6 ລ້ານຄົນ ແລະ ຕາມຄວາມຈິງ ຄ່າໃຊ້ຈ່າຍ ໃຫ້ແກ່ການເຄື່ອນໄຫວນີ້ສູງທົບຫຼາຍເທົ່າເມື່ອທຽບໃສ່ກັບຈຳນວນເງິນໜູນຊ່ວຍ ເຊິ່ງປະເທດນີ້ໄດ້ຮັບ.

        ທ່ານ Mitarachi ຖືວ່າ ຕວັກກີ ຕ້ອງເພີ່ມທະວີບັນດາຄວາມມານະພະຍາຍາມໂດຍອີງໃສ່ຖະແຫຼງການຮ່ວມລະຫວ່າງ ປະເທດ ນີ້ ກັບ EU ໃຫ້ຫຼາຍກ່ວາອີກ. ທ່ານສະເໜີໃຫ້ Ankara ຍູ້ແຮງການສະກັດກັ້ນຄວາມມານະພະຍາຍາມຂ້າມຊາຍແດນຂອງຊາວອົບພະຍົບທີ່ໄປຍັງບັນດາປະເທດຂອງສະຫະພາບເອີລົບ.

ຕອບກັບ

ຂ່າວ/ບົດ​ອື່ນ