ເອົາໃຈໃສ່, ເບິ່ງແຍງ ພາລະກິດການສຶກສາ ແລະ ບຳລຸງສ້າງ ຫຼາຍກວ່າອີກ
ພິທີຍ້ອງຍໍຊົມເຊີຍນັກຮຽນຍາດໄດ້ລາງວັນ Olympic ສາກົນ
(ພາບ: TTXVN)
(vovworld) – ຕອນຄໍ່າວັນທີ 03/11, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີຍ້ອງຍໍຊົມເຊີຍນັກຮຽນຍາດໄດ້ລາງວັນ Olympic ສາກົນ ແລະ ນັກຮຽນເສັງໄດ້ຄະແນນສູງໃນການເສັງເຂົ້າມະຫາວິທະຍາໄລປີ 2014. ກ່າວຄຳເຫັນຢູ່ທີນີ້, ທ່ານ ຫງວຽນທ້ຽນເຍີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ສະເໜີວ່າ ທົ່ວສັງຄົມຕ້ອງເອົາໃຈໃສ່, ເບິ່ງແຍງພາລະກິດການສຶກສາ ແລະ ບຳລຸງສ້າງຫຼາຍກວ່າອີກ, ເສີມຂະຫຍາຍ ແລະ ສ້າງເງື່ອນໄຂດີທີ່ສຸດໃຫ້ການສູ້ຊົນຂອງນັກຮຽນ. ທ່ານ ຫງວຽນທ້ຽນເຍີນ ເນັ້ນໜັກວ່າ.
“ບັນດາຜົນງານດັ່ງກ່າວຍັງບໍ່ທັນແມ່ນໝາກຜົນສຸດທ້າຍ, ບັນດາພວກນ້ອງຕ້ອງສືບຕໍ່ສູ້ຊົນ, ກາຍເປັນບັນດານັກສຶກສາທີ່ດີເດັ່ນ ຕາມຄວາມສາມາດຂອງຕົນ, ທັງຄົ້ນຫາໂລກໃໝ່, ປະກອບທັກສະໄໝ່, ຍາດແຍ່ງເວລາເພື່ອກະກຽມໃຫ້ແກ່ຕົນເອງ, ຝຶກຝົນຫຼໍ່ຫຼອມເພື່ອເດີນຕາມພາລະກິດເຊິ່ງຕົນຊົມຊອບ, ຕອບສະໜອງຄວາມຮຽກຮ້ອງຂອງປະເທດຊາດໃນໄລຍະພັດທະນາ ແລະ ເຊື່ອມໂຍງທົ່ວໂລກ. ໃນອະນາຄົດອັນໃກ້ໆນີ້, ພວກນ້ອງຈະແມ່ນບັນດານັກວິທະຍາສາດ, ຄູສອນ, ນັກຊ່ຽວຊານດ້ານເຕັກນິກ, ບັນດານັກຊ່ຽວຊານເສດຖະກິດ, ບັນດາການນຳໜູ່ມທີ່ສາມາດອຸທິດສ່ວນຢ່າງແທດຈິງໃຫ້ພາລະກິດພັດທະນາປະເທດຊາດໃນຮອບເວລາ 30 – 50 ປີຈະມາເຖິງ.”
ທີ່ພິທີ, ມີນັກຮຽນ 50 ຄົນໄດ້ຮັບການຍ້ອງຍໍຊົມເຊີຍ, ໃນນັ້ນມີນັກຮຽນ 11 ຄົນຍາດໄດ້ຫຼຽນຄຳ Olympic ສາກົນ.