ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລັດເຊຍ - ຈີນ ໃນຍຸກສະໄໝໃໝ່ອຸດົມສົມບູນຂຶ້ນຕື່ມ

(VOVWORLD) - ຈີນ ກຽມພ້ອມຮ່ວມມືກັບ ລັດເຊຍ ແລະ ບັນດາປະເທດສະມາຊິກ ສະຫະພັນເສດຖະກິດ ອາຊີ - ເອີລົບ

ໃນຂອບເຂດການຢ້ຽມຢາມ ຈີນ, ວັນທີ 24 ພຶດສະພາ, ທ່ານ Mikhail Mishustin, ນາຍົກລັດຖະມົນຕີ ລັດເຊຍ ມີການພົບປະກັບທ່ານປະທານປະເທດ ຈີນ ສີຈີ້ນຜິງ ຢູ່ ປັກກິ່ງ, ເພື່ອປຶກສາຫາລືກ່ຽວກັບການພົວພັນສອງຝ່າຍ.

        ທີ່ການພົບປະ, ທ່ານປະທານປະເທດ ສີຈີ້ນຜິງ ຫວັງວ່າ: ສອງປະເທດຈະສືບຕໍ່ໝູນໃຊ້ຄວາມສາມາດບົ່ມຊ້ອນ, ແງ່ຫວັງ ແລະ ກຳລັງໜູນຂອງການພົວພັນຈີນ - ລັດເຊຍ ເພື່ອຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ, ກໍ່ຄືເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນຍຸກສະໄໝໃໝ່ໃຫ້ອຸດົມສົມບູນຂຶ້ນຕື່ມ. ຕາມທ່ານ ສີຈີ້ນຜິງ ແລ້ວ, ຈີນ ກຽມພ້ອມຮ່ວມມືກັບ ລັດເຊຍ ແລະ ບັນດາປະເທດສະມາຊິກ ສະຫະພັນເສດຖະກິດ ອາຊີ - ເອີລົບ ເພື່ອແນໃສ່ສ້າງເງື່ອນໄຂສ້າງຕັ້ງຕະຫຼາດພາກພື້ນທີ່ກ້ວາງໃຫຍ່, ເປີດປະຕູຕື່ມອີກ, ຮັບປະກັນສະຖຽນລະພາບ ແລະ ສະດວກໃຫ້ແກ່ລະບົບການສະໜອງ ແລະ ອຸດສາຫະກຳທົ່ວໂລກ.

        ສ່ວນ ທ່ານ Mikhail Mishustin, ນາຍົກລັດຖະມົນຕີ ລັດເຊຍ ເນັ້ນໜັກວ່າ: ລັດເຊຍ ຢາກເພີ່ມທະວີການພົບປະປະຊາຊົນ ແລະ ພົວພັນແລກປ່ຽນວັດທະນະທຳກັບ ຈີນ, ພ້ອມທັງກໍ່ກຽມພ້ອມຮ່ວມມືກັບ ຈີນ ເພື່ອຊຸກຍູ້ໂລກຫຼາຍຂົ້ວ ແລະ ປັບປຸງຄວາມເປັນລະບຽບຮຽບຮ້ອຍສາກົນໂດຍອີງໃສ່ກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ