(VOVWORLD) - ທີ່ການພົບປະ, ນາຍົກລັດຖະມົນຕີ 2 ທ່ານໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພັດທະນາເສດຖະກິດ, ສັງຄົມຂອງແຕ່ລະປະເທດໃນໄລຍະຜ່ານມາ.
ທີ່ການພົບປະ
(ພາບ: TTXVN)
|
ຕອນບ່າຍວັນທີ 05 ກຸມພາ, ຢູ່ນະຄອນຫຼວງ ວຽງຈັນ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດປະເທດ ສປປ.ລາວ ຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ພົບປະກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລາວ.
ທີ່ການພົບປະ, ນາຍົກລັດຖະມົນຕີ 2 ທ່ານໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພັດທະນາເສດຖະກິດ, ສັງຄົມຂອງແຕ່ລະປະເທດໃນໄລຍະຜ່ານມາ. ກ່ຽວຂ້ອງເຖິງທິດທາງການຮ່ວມມືລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ, ການນຳ 2 ທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງ ຜັນຂະຫຍາຍບັນດາໜ້າທີ່ຈຸດສຸມ, ສຸມໃສ່ການຫັນເນື້ອໃນ “ຫຸ້ນສ່ວນຍຸດທະສາດ” ເປັນລະອຽດ. 2 ຝ່າຍເຫັນດີເປັນເອກະພາບໃນການຊີ້ນຳບັນດາກະຊວງ, ຂະແໜງການ ສືບຕໍ່ຫັນບັນດາຂໍ້ຕົກລົງຂັ້ນສູງລະຫວ່າງ 2 ປະເທດເປັນລະອຽດ; ຊຸກຍູ້ການຜັນຂະຫຍາຍໂຄງການຮ່ວມມືຍຸດທະສາດຈຸດສຸມໃໝ່ກ່ຽວກັບການເຊື່ອມຕໍ່ດ້ານພະລັງງານ, ຄົມມະນາຄົມ, ແຮ່ທາດ, ການສຶກສາ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ການຫັນເປັນດີຈີຕອນໂດຍໄວ, ຜ່ານນັ້ນ ກໍ່ເຮັດໃຫ້ສາຍພົວພັນສາມັກຄີແບບພິເສດລະຫວ່າງ 2 ປະເທດໃນໄລຍະພັດທະນາໃໝ່ເລິກເຊິ່ງຂຶ້ນກວ່າອີກ.